ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເກີດດິນຍຸບຂະໜາດໃຫຍ່ທີ່ອິນໂດເນເຊຍ ກວມເອົາເນື້ອທີ່ 3 ເຮັກຕາ ເລິກປະມານ 100 ແມັດ ວັນທີ 15 ກຸມພາ 2026

ໂດຍ Jenjila
· 9 ເດືອນ ກ່ອນອ່ານ 1 ນາທີ67 ຄັ້ງ
ເກີດດິນຍຸບຂະໜາດໃຫຍ່ທີ່ອິນໂດເນເຊຍ ກວມເອົາເນື້ອທີ່ 3 ເຮັກຕາ ເລິກປະມານ 100 ແມັດ ວັນທີ 15 ກຸມພາ 2026
ADadvertisement
ADadvertisement
ADadvertisement
ເກີດດິນຍຸບຂະໜາດໃຫຍ່ທີ່ອິນໂດເນເຊຍ ກວມເອົາເນື້ອທີ່ 3 ເຮັກຕາ ເລິກປະມານ 100 ແມັດ ວັນທີ 15 ກຸມພາ 2026

ສໍານັກຂ່າວຣອຍເຕີລາຍງານວັນທີ 15 ກຸມພາ 2026 ເຜີຍແຜ່ໃຫ້ເຫັນ ພາບດິນຍຸບໃນເຂດການຜະລິດກະສິກຳທີ່ບ້ານ ພອນດົກ ບາລິກ (Pondok Balik Village) ແຂວງອາເຈະ ທາງພາກເໜືອຂອງອິນໂດເນເຊຍ ໃນວັນທີ 14 ກຸມພາ 2026 ທີ່ຜ່ານມາ. ຂຸມດັ່ງກ່າວມີຂະໜາດໃຫຍ່ ແລະ ຍັງຍຸບຂະຫຍາຍຕົວຢ່າງຕໍ່ເນື່ອງໃນພື້ນທີ່ ທີ່ເປັນທົ່ງນາ ແລະ ສວນປູກຝັງ ກວມເອົາ 3 ເຮັກຕາ ແລະ ມີຄວາມເລິກປະມານ 100 ແມັດ.

ເກີດດິນຍຸບຂະໜາດໃຫຍ່ທີ່ອິນໂດເນເຊຍ ກວມເອົາເນື້ອທີ່ 3 ເຮັກຕາ ເລິກປະມານ 100 ແມັດ ວັນທີ 15 ກຸມພາ 2026 · ຮູບທີ 2

ຜົນການປະເມີນທາງທໍລະນີສາດ ພົບວ່າຊັ້ນດິນທີ່ເປັນຫີນທັບ (Tuff) ຫລື ຫີນເຖົ່າພູໄຟ ແລະ ຊັ້ນຊາຍທາງດ້ານລຸ່ມນັ້ນ ສາມາດດູດຊັບນ້ຳບາດານໄດ້ງ່າຍ, ເຮັດໃຫ້ພື້ນທີ່ຄ້ອຍຊັນມີຄວາມສ່ຽງຕໍ່ການພັງທະລາຍແບບກະທັນຫັນ, ເຫັນໄດ້ຢ່າງຊັດເຈນຈາກຮ່ອງຮອຍໜ້າຜາທີ່ຖືກກັດເຊາະຈົນໃຫ້ເຫັນຊັ້ນດິນ.

ເກີດດິນຍຸບຂະໜາດໃຫຍ່ທີ່ອິນໂດເນເຊຍ ກວມເອົາເນື້ອທີ່ 3 ເຮັກຕາ ເລິກປະມານ 100 ແມັດ ວັນທີ 15 ກຸມພາ 2026 · ຮູບທີ 3

ທ່ານ ໄຮລີ ໂຢກາ ເຈົ້າແຂວງໆອາເຈະ ກ່າວວ່າ: ການຂະຫຍາຍຕົວຂອງຂຸມຍຸບແມ່ນເກີດຂຶ້ນໄວຫລາຍ ຫລັງຈາກເກີດອຸທົກກະໄພຄັ້ງໃຫຍ່ເມື່ອປາຍປີ 2025 ຜ່ານມາ ແລະ ຜູ້ຊ່ຽວຊານເຕືອນວ່າດິນຍຸບນີ້ ອາດຈະຂະຫຍາຍຕົວຕໍ່ໄປເລື້ອຍໆ ຫາກບໍ່ມີການຄວບຄຸມທິດທາງການໄຫລຂອງນ້ຳ.

ເກີດດິນຍຸບຂະໜາດໃຫຍ່ທີ່ອິນໂດເນເຊຍ ກວມເອົາເນື້ອທີ່ 3 ເຮັກຕາ ເລິກປະມານ 100 ແມັດ ວັນທີ 15 ກຸມພາ 2026 · ຮູບທີ 4

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 67 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່