ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮອງລັດຖະມົນຕີກະຊວງປ້ອງປະເທດ ລົງຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດ ລາວ-ຣັດເຊຍ ຢູ່ແຂວງຫົວພັນ

ໂດຍ Jenjila
· 9 ເດືອນ ກ່ອນອ່ານ 1 ນາທີ63 ຄັ້ງ
ຮອງລັດຖະມົນຕີກະຊວງປ້ອງປະເທດ ລົງຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດ ລາວ-ຣັດເຊຍ ຢູ່ແຂວງຫົວພັນ
ADadvertisement
ADadvertisement
ADadvertisement
ຮອງລັດຖະມົນຕີກະຊວງປ້ອງປະເທດ ລົງຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດ ລາວ-ຣັດເຊຍ ຢູ່ແຂວງຫົວພັນ

ໃນວັນທີ 19 ກຸມພາ 2026 ນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງມາຢ້ຽມຢາມ ທີມງານພາກສະໜາມ ກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກເພື່ອມະນຸດສະທຳ ລາວ-ຣັດເຊຍ ປະຈຳສົກ 2025-2026 ຢູ່ແຂວງຫົວພັນ ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພັນໂທ ອັນເດຼ ບາລານຍຸກ ຫົວໜ້າໜ່ວຍງານກວດກູ້ລະເບີດ, ສູນກູ້ມິນສາກົນ, ວິທະຍາຄານທະຫານຊ່າງແສງ ກຳລັງປະກອບອາວຸດແຫ່ງ ສ ຣັດເຊຍ ພ້ອມຄະນະ 2 ຝ່າຍປະຈຳພາກສະໜາມ.

ຮອງລັດຖະມົນຕີກະຊວງປ້ອງປະເທດ ລົງຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດ ລາວ-ຣັດເຊຍ ຢູ່ແຂວງຫົວພັນ · ຮູບທີ 2

ເຊິ່ງການລົງມາຢ້ຽມຢາມໃນຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ຂອງຄະນະນຳກະຊວງປ້ອງປະເທດ ທັງເປັນສ້າງຂວັນກຳລັງໃຈ ໃຫ້ອ້າຍນ້ອງທີ່ປະຕິບັດໜ້າທີ່ທັງ 2 ຝ່າຍ ຄື ກອງທັບປະຊາຊົນລາວ ແລະ ກອງທັບ ແຫ່ງ ສ ຣັດເຊຍ ທີ່ກຳລັງປະຕິບັດໜ້າທີ່ ກວດກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມ, ເພື່ອເພີ່ມພື້ນທີ່ດິນໃຫ້ປະຊາຊົນ ເຂດເມືອງວຽງໄຊ ໄດ້ທຳມາຫາກິນ ປະສະຈາກ ໄພອັນຕະລາຍຕ່າງຈາກລະເບີດບໍ່ທັນແຕກ ທັງເປັນການຫັດແໜ້ນຄວາມສາມະຄີອັນພິເສດ ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ພ້ອມດຽວກັນນີ້, ຍັງໄດ້ຮັບຟັງການອະທິບາຍວິທີການເຮັດວຽກຂອງອ້າຍນ້ອງປະຈຳຢູ່ພາກສະໜາມ ພ້ອມທັງລົງກວດເບິ່ງການປະຕິບັດໜ້າທີ່ຂອງອ້າຍຢູ່ພາກສະໜາມ.

ຮອງລັດຖະມົນຕີກະຊວງປ້ອງປະເທດ ລົງຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດ ລາວ-ຣັດເຊຍ ຢູ່ແຂວງຫົວພັນ · ຮູບທີ 3
ຮອງລັດຖະມົນຕີກະຊວງປ້ອງປະເທດ ລົງຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດ ລາວ-ຣັດເຊຍ ຢູ່ແຂວງຫົວພັນ · ຮູບທີ 4
ຮອງລັດຖະມົນຕີກະຊວງປ້ອງປະເທດ ລົງຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດ ລາວ-ຣັດເຊຍ ຢູ່ແຂວງຫົວພັນ · ຮູບທີ 5
ຮອງລັດຖະມົນຕີກະຊວງປ້ອງປະເທດ ລົງຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດ ລາວ-ຣັດເຊຍ ຢູ່ແຂວງຫົວພັນ · ຮູບທີ 6
ຮອງລັດຖະມົນຕີກະຊວງປ້ອງປະເທດ ລົງຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດ ລາວ-ຣັດເຊຍ ຢູ່ແຂວງຫົວພັນ · ຮູບທີ 7
ຮອງລັດຖະມົນຕີກະຊວງປ້ອງປະເທດ ລົງຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດ ລາວ-ຣັດເຊຍ ຢູ່ແຂວງຫົວພັນ · ຮູບທີ 8
ຮອງລັດຖະມົນຕີກະຊວງປ້ອງປະເທດ ລົງຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດ ລາວ-ຣັດເຊຍ ຢູ່ແຂວງຫົວພັນ · ຮູບທີ 9
ຮອງລັດຖະມົນຕີກະຊວງປ້ອງປະເທດ ລົງຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດ ລາວ-ຣັດເຊຍ ຢູ່ແຂວງຫົວພັນ · ຮູບທີ 10
ຮອງລັດຖະມົນຕີກະຊວງປ້ອງປະເທດ ລົງຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດ ລາວ-ຣັດເຊຍ ຢູ່ແຂວງຫົວພັນ · ຮູບທີ 11

ພາບ+ຂ່າວ: ຮທ ໄພລິນ ບຸນຍັງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 63 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່