MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລົດບັນທຸກແກ໊ສລະເບີດ ຢູ່ ປະເທດຊີລີ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບ 17 ຄົນ.

ລົດບັນທຸກແກ໊ສລະເບີດ ຢູ່ ປະເທດຊີລີ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບ 17 ຄົນ.

Jenjila
ເຜີຍແຜ່: 23 February 2026, 10:44
ປັບປຸງຫຼ້າສຸດ: 23 February 2026, 10:48
ອ່ານ 70 ຄັ້ງ
ລົດບັນທຸກແກ໊ສລະເບີດ ຢູ່ ປະເທດຊີລີ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບ 17 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 19 ກຸມພາ 2026 ເກີດເຫດລົດບັນທຸກແກັດປີ້ນ ແລະ ເກີດລະເບີດຢູ່ຖະໜົນ ນະຄອນຫລວງຊານຕິອາໂກ ປະເທດຊີລີ ລາຍງານເບື້ອງຕົ້ນມີຜູ້ເສຍຊີວິດ 4 ຄົນ, ບາດເຈັບ 17 ຄົນ ແລະ ໃຫຍ່ໄດ້ຮັບຄວາມເສຍຫາຍຈາກໄຟໄໝ້ຢ່າງໜ້ອຍ 50 ຄັນ.

ປັດຈຸບັນ, ເຈົ້າໜ້າທີ່ຕຳຫລວດແລະໜ່ວຍງານທີ່ກ່ຽວຂ້ອງກຳລັງກວດສອບຫາສາເຫດທີ່ພາໃຫ້ເກີດເຫດຄັ້ງນີ້ຂຶ້ນວ່າເປັນຍ້ອນຄວາມຜິດພາດຂອງຄົນຂັບລົດ ຫລື ຍ້ອນສະພາບຖະໜົນ ຫລື ເກີດຈາກປັດໃຈອື່ນ.

ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ