ວັນພະຫັດ ທີ 19 ພະຈິກ 2026ອັບເດດລ່າສຸດ 21:39ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະທານາທິບໍດີ ໂດໂນ ທຣໍາ ຍົກລະດັບອັດຕາພາສີທົ່ວໂລກຂຶ້ນ 15% ໂດຍມີຜົນບັງຄັບໃຊ້ນັບແຕ່ວັນ 24 ກຸມພາ ເປັນຕົ້ນໄປ

ໂດຍ Jenjila
· 9 ເດືອນ ກ່ອນອ່ານ 1 ນາທີ46 ຄັ້ງ
ປະທານາທິບໍດີ ໂດໂນ ທຣໍາ ຍົກລະດັບອັດຕາພາສີທົ່ວໂລກຂຶ້ນ 15% ໂດຍມີຜົນບັງຄັບໃຊ້ນັບແຕ່ວັນ 24 ກຸມພາ ເປັນຕົ້ນໄປ
ADadvertisement
ADadvertisement
ADadvertisement
ປະທານາທິບໍດີ ໂດໂນ ທຣໍາ ຍົກລະດັບອັດຕາພາສີທົ່ວໂລກຂຶ້ນ 15% ໂດຍມີຜົນບັງຄັບໃຊ້ນັບແຕ່ວັນ 24 ກຸມພາ ເປັນຕົ້ນໄປ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 22 ກຸມພາ ຜ່ານມາວ່າ: ໃນບົດຂຽນເອົາລົງໃນສື່ສັງຄົມ Truth Social ໃນຕອນຄ່ຳວັນທີ 21 ກຸມພາ ຜ່ານມາ ຕາມເວລາທ້ອງຖິ່ນ, ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ປະກາດວ່າ, ສືບຕໍ່ຍົກລະດັບອັດຕາພາສີທົ່ວໂລກສຳລັບບັນດາສິນຄ້ານຳເຂົ້າ ສະຫະລັດ ອາມເລິກາ ແຕ່ 10% (ປະກາດໃນວັນທີ20 ກຸມພາ) ຂຶ້ນເປັນ 15%. ປະທານາທິບໍດີ ສະຫະລັດ ອາເມຣິກາ ຢືນຢັນວ່າ ອັດຕາພາສີນີ້ມີຜົນບັງຄັບໃຊ້ໃນທັນທີ ແລະ “ໄດ້ຮັບການກວດກາດ້ານກົດໝາຍແລ້ວ”. ການກະທຳດັ່ງກ່າວເກີດຂຶ້ນພາຍຫຼັງສານສູງສຸດ ອາເມຣິກາ ອອກຄຳຕັດສິນປະຕິເສດບັນດາມາດຕະການພາສີອາກອນເລິກເຊິ່ງກວ້າງຂວາງ ເຊິ່ງອຳນາດການປົກຄອງຂອງ ທ່ານ ໂດໂນ ທຣໍາ ນຳໃຊ້ກ່ອນນັ້ນ.

ກ່ອນໜ້ານັ້ນ, ໃນວັນທີ 20 ກຸມພາ, ພາຍຫຼັງສານສູງສຸດ ສະຫະລັດ ອາເມຣິກາ ປະຕິເສດບັນດາລະດັບອັດຕາພາສີອາກອນນຳເຂົ້າສົມທົບໃນລວງກ້ວາງ ຂອງ ທ່ານ ໂດໂນ ທຣໍາ ອີງຕາມກົດໝາຍວ່າດ້ວຍສິດເສດຖະກິດດ່ວນສາກົນ (IEEPA), ຜູ້ນຳໜ້າທຳນຽບຂາວປະກາດວ່າ: ທ່ານໄດ້ເຊັນລັດຖະດໍາລັດຈັດວາງອັດຕາພາສີທົ່ວໂລກ 10% ຕາມມາດຕາ 122 ຂອງກົດໝາຍວ່າດ້ວຍການຄ້າປີ 1974 ໂດຍມີຜົນບັງຄັບໃຊ້ນັບແຕ່ວັນ 24 ກຸມພາ ເປັນຕົ້ນໄປ, ໃນນັ້ນ, ຍົກເວັ້ນບັນຊີລາຍຊື່ບັນດາຜະລິດຕະພັນ ອອກຈາກການຈັດວາງອັດຕາພາສີໃໝ່ລວມມີ: ຊີ້ງົວ, ໝາກເລັ່ນ, ໝາກກ້ຽງ, ຢາ ແລະ ລົດໂດຍສານ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພະຫັດ 19 ພະຈິກ 2026 · ຂຶ້ນ 10 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່