ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ໂດຍ Pele
· 9 ເດືອນ ກ່ອນອ່ານ 3 ນາທີ65 ຄັ້ງ
ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII
ADadvertisement
ADadvertisement
ADadvertisement

ໃນຕອນເຊົ້າ ຂອງວັນທີ 3 ມີນາ 2026, ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ໄຂຂຶ້ນຢ່າງເປັນທາງການທີ່ ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ໂດຍການເຂົ້າຮ່ວມຂອງບັນດາສະຫາຍກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ ສົມບູນ ແລະ ສໍາຮອງ. ກອງປະຊຸມ ຈະດໍາເນີນເປັນເວລາ3ວັນ

ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ເພື່ອຈັດຕັ້ງຜັນຂະຫຍາຍ ຜົນສຳເລັດກອງປະຊຸມ ໃຫຍ່ຄັ້ງທີ XII ຂອງພັກ ເຂົ້າສູ່ວຽກງານຕົວຈິງ ໃຫ້ທັນການ ແລະ ຮັບປະກັນໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ກອງປະຊຸມໃນຄັ້ງນີ້ ຈະໄດ້ຄົ້ນຄວ້າ, ປຶກສາຫາລື, ໃຫ້ທິດຊີ້ນຳ ແລະ ຮັບຮອງເອົາ 7 ວຽກສໍາຄັນ ດັ່ງນີ້:

1. ແຜນດໍາເນີນງານ ຂອງຄະນະບໍລິຫານງານສູນກາງພັກ ສະໄໝ XII;

2. ລະບອບແບບແຜນວິທີເຮັດວຽກຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII;

3. ການແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານສູນກາງພັກ, ສະໄໝທີ XII;

4. ພາລະບົດບາດ, ສິດໜ້າທີ່ ຂອງເລຂາຄະນະພັກແຂວງ ແລະ ປະທານຄະນະກໍາມະການປົກຄອງແຂວງ;

5. ການສ້າງຕັ້ງຕາແສງ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງຄະນະພັກຮາກຖານຕາແສງ;

6. ຄຳແນະນຳ ກ່ຽວກັບ ບ້ານ ແລະ ການຈັດຕັ້ງບ້ານ.

7. ແຜນຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X(2026-2030) ໂດຍລົງເລິກບັນດາໂຄງການແຕ່ລະປີ.

ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII · ຮູບທີ 2

ເຊິ່ງເປັນບັນຫາສໍາຄັນຍຸດທະສາດ ຂອງພັກເຮົາ ເຊິ່ງຈະເປັນບ່ອນອີງ ໃຫ້ແກ່ການນຳພາ-ຊີ້ນຳ ຂອງສູນກາງພັກ ໃນການຍູ້ແຮງການສ້າງການຫັນປ່ຽນໃໝ່ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນ 5 ປີຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂດຍເນັ້ນໜັກວ່າ:ກອງປະຊຸມຄັ້ງນີ້ໄດ້ດໍາເນີນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນພວມເບີກບານມ່ວນຊື່ນສະເຫຼີມສະຫຼອງຜົນສຳເລັດການເລືອກຕັ້ງຜູ້ແທນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ຜູ້ແທນສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢ່າງເປັນຂະບວນຟົດຟື້ນແລະພວກເຮົາຫາກໍສຳເລັດການຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ເຊິ່ງຜົນສຳເລັດດັ່ງກ່າວເຕັມໄປດ້ວຍເນື້ອໃນອັນສຳຄັນທີ່ເປັນການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນເຂົ້າສູ່ລວງເລິກ, ສ້າງທ່ວງທ່າແລະພື້ນຖານອັນໜັກແໜ້ນໃຫ້ແກ່ການນໍາພາປະເທດຊາດພົ້ນຈາກຄວາມທຸກຍາກ-ຄວາມດ້ອຍພັດທະນາແລະກ້າວເດີນສູ່ຈຸດໝາຍສັງຄົມນິຍົມ; ເປັນກອງປະຊຸມ ທີ່ມີຄວາມໝາຍສຳຄັນ ເປີດສາກໃຫ້ແກ່ການຜັນຂະຫຍາຍມະຕິ XII ຂອງພັກ, ເປັນກອງປະຊຸມທີ່ມີລັກສະນະບຸກທະລຸ, ເປີດກວ້າງຈິນຕະນາການ ໃນການນໍາພາຊີ້ນໍາ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ XII ຂອງພັກ; ສ້າງຄວາມຮັບຮູ້ ເຂົ້າໃຈ ແລະ ຄວາມເປັນເອກະພາບສູງ ພາຍໃນຄະນະບໍລິຫານງານສູນກາງພັກ ຕໍ່ແຜນວຽກ, ລະບອບແບບແຜນນໍາພາຊີ້ນໍາ, ຄວາມຮັບຜິດຊອບການເມືອງ ຂອງຄະນະບໍລິຫານງານສູນກາງພັກ ແລະ ກຳມະການສູນກາງພັກ ສະໄໝທີ XII, ສະຫາຍເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍສູນກາງ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາຄົ້ນຄວ້າ ແລະ ປະກອບຄຳຄິດ, ຄຳເຫັນຢ່າງມີຈຸດສຸມ, ເນັ້ນໃສ່ການແກ້ໄຂບັນຫາ ແລະ ການຊອກທາງອອກທີ່ສາມາດປະຕິບັດໄດ້.

ຂ່າວ:ຫສພ, ພາບ:ສຳນານ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 65 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່