ວັນພະຫັດ ທີ 19 ພະຈິກ 2026ອັບເດດລ່າສຸດ 21:39ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄິວບາໄຟຟ້າດັບຄັ້ງໃຫຍ່ເກືອບທົ່ວເກາະ ຮັບມືແຮງກົດດັນສະຫະລັດຕັດເສັ້ນທາງນ້ຳມັນ

ໂດຍ kaling
· 9 ເດືອນ ກ່ອນອ່ານ 2 ນາທີ58 ຄັ້ງ
ຄິວບາໄຟຟ້າດັບຄັ້ງໃຫຍ່ເກືອບທົ່ວເກາະ ຮັບມືແຮງກົດດັນສະຫະລັດຕັດເສັ້ນທາງນ້ຳມັນ
ADadvertisement
ADadvertisement
ADadvertisement

ຊາວຄິວບາກວ່າເຄິ່ງປະເທດ ລວມທັງນະຄອນຫຼວງຮາວານາ ຕ້ອງຕົກຢູ່ໃນຄວາມມືດມິດ ຫຼັງລະບົບສາຍສົ່ງໄຟຟ້າແຫ່ງຊາດລົ້ມກະທັນຫັນ ເນື່ອງຈາກໂຮງໄຟຟ້າພະລັງຄວາມຮ້ອນຫຼັກເກີດຂັດຂ້ອງ ໃນຂະນະທີ່ລັດຖະບານຄອມມິວນິດຂອງຄິວບາກຳລັງເຜີຊິງຮັບມືສາລະພັດດ້ານ ຫຼັງສະຫະລັດພາຍໃຕ້ລັດຖະບານໂດນັລ ທຣໍາ ຍົກລະດັບການກົດດັນ ຕັດເສັ້ນທາງສົ່ງນ້ຳມັນຈາກເວເນຊູເອລາ ແລະ ເມັກຊິໂກ ສົ່ງຜົນໃຫ້ວິກິດພະລັງງານດີດສູ່ລະດັບຮ້າຍແຮງທີ່ສຸດໃນຮອບຫຼາຍປີ

“ຢູນຽນ ອີເລັກຕຣິກາ” (Union Electrica) ລັດວິສາຫະກິດໄຟຟ້າຂອງຄິວບາ ລາຍງານວ່າ ເຫດການໄຟຟ້າດັບວົງກວ້າງໄດ້ເລີ່ມຕົ້ນຂຶ້ນໃນວັນພຸດທີ່ຜ່ານມາ (4 ມີ.ນາ.) ຫຼັງຈາກໂຮງໄຟຟ້າພະລັງຄວາມຮ້ອນ “ອັນໂຕນິໂອ ກີເຕຣັດ” ທີ່ຕັ້ງຢູ່ຫ່າງຈາກນະຄອນຫຼວງຮາວານາໄປທາງທິດຕາເວັນອອກປະມານ 100 ກິໂລແມັດ ເກີດຂັດຂ້ອງຢ່າງບໍ່ຄາດຄິດ

ຄວາມລົ້ມເຫຼວຄັ້ງນີ້ສົ່ງຜົນໃຫ້ໄຟຟ້າດັບຄອບຄຸມພື້ນທີ່ຕັ້ງແຕ່ແຂວງປີນາ ເດວ ລີໂອ ທາງທິດຕາເວັນຕົກ ໄປຈົນຮອດແຂວງການາກວາຍ ໃນພາກກາງຕອນເໜືອ ຂະນະທີ່ແຂວງລັດ ຕູນັດ ທາງທິດຕາເວັນອອກກໍໄດ້ຮັບຜົນກະທົບຈາກສະຖານີໄຟຟ້າຂັດຂ້ອງເຊັ່ນກັນ ເຫຼືອພຽງແຕ່ບາງແຂວງທາງພາກຕາເວັນອອກສຸດຂອງເກາະທີ່ຍັງມີໄຟຟ້າໃຊ້

ໂຣມານ ເປເຣດ ຜູ້ອຳນວຍການຝ່າຍວິຊາການຂອງໂຮງໄຟຟ້າກີເຕຣັດ ເປີດເຜີຍວ່າ ທີມວິສາວະກອນກຳລັງຮີບແກ້ໄຂບັນຫາຫມໍ້ຕົ້ມໄອນ້ຳ ແລະ ຮອຍຮົ່ວຕ່າງໆ ໃນລະບົບ ໂດຍຄາດວ່າຈະຕ້ອງໃຊ້ເວລາຢ່າງໜ້ອຍ 3 ຫາ 4 ວັນ ໃນການຟື້ນຟູລະບົບ ເຊິ່ງເຫດການດັ່ງກ່າວຮ້າຍແຮງຈົນເຮັດໃຫ້ສະຖານີໂທລະທັດແຫ່ງຊາດຂອງຄິວບາຕ້ອງໄລ່ຊ່ວງການອອກອາກາດໄປຊົ່ວຄາວ ແລະ ເລີ່ມລາຍການຂ່າວລ້າຊ້າກວ່າກຳນົດເດີມກວ່າເຄິ່ງຊົ່ວໂມງ

ຂະນະທີ່ເມັກຊິໂກ ຊຶ່ງເຄີຍເປັນຜູ້ສະໜອງທາງເລືອກ ໄດ້ປະກາດລະງັບການສົ່ງນ້ຳມັນໃຫ້ຄິວບາເຊັ່ນກັນ ຫຼັງຈາກຖືກສະຫະລັດຂູ່ຈະຕອບໂຕ້ດ້ວຍມາດຕະການພາສີສຸລະກາກອນ ລັດຖະບານຄິວບາລະບຸວ່າ ມາດຕະການຄວ່ຳບາດທາງເສດຖະກິດຂອງສະຫະລັດທີ່ດຳເນີນມາຫຼາຍທົດສະວັດ ເຮັດໃຫ້ປະເທດຂາດງົບປະມານໃນການບຳລຸງຮັກສາໂຄງລ່າງພື້ນຖານດ້ານໄຟຟ້າຈົນຊຸດໂຊມ

ເຖິງແມ່ນຊາວນະຄອນຫຼວງຮາວານາຈະຄຸ້ນເຄີຍກັບການຕັດໄຟຕາມມາດຕະການປະຢັດພະລັງງານຂອງລັດ ແຕ່ເຫດໄຟຟ້າດັບຄັ້ງໃຫຍ່ຄັ້ງນີ້ກໍ່ສົ່ງຜົນກະທົບຕໍ່ຊີວິດປະຈຳວັນ ເຊັ່ນ ສັນຍານໄຟຈາລາຈອນ ທຸລະກິດ ແລະ ການສື່ສານ ຂະນະທີ່ສະຖານີໂທລະທັດຂອງລັດຕ້ອງເລື່ອນການອອກອາກາດຂ່າວຊ່ວງບ່າຍ ເນື່ອງຈາກໄຟຟ້າດັບ

ວິກິດພະລັງງານຍັງເຮັດໃຫ້ລັດຖະບານຕ້ອງຈຳກັດການບໍລິການສາທາລະນະບາງສ່ວນ ເຊັ່ນ ການເກັບຂີ້ເຫຍື້ອ ແລະ ລະບົບຂົນສົ່ງ ຂະນະທີ່ປະຊາຊົນຈຳນວນໜຶ່ງເລີ່ມຕິດຕັ້ງແຜງໂຊລາເຊລ ຫຼື ໃຊ້ເຄື່ອງປັ່ນໄຟ ເພື່ອຮັບມືກັບການຂາດແຄນພະລັງງານ ແລະ ລາຄານ້ຳມັນທີ່ດີດສູງຂຶ້ນ.
ທີ່ມາ: Reuters

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 58 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 19 ພະຈິກ 2026 · ຂຶ້ນ 10 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່