ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຝົ້າລະວັງ! ຝົນຕົກໜັກ ແລະ ລົມພັດແຮງຢູ່ພາກເໜືອ ແລະ ພາກໃຕ້ ການປົກຫຸ້ມຝົນ 40-45% ຂອງພື້ນທີ່

ໂດຍ Jenjila
· 8 ເດືອນ ກ່ອນອ່ານ 2 ນາທີ522 ຄັ້ງ
ເຝົ້າລະວັງ! ຝົນຕົກໜັກ ແລະ ລົມພັດແຮງຢູ່ພາກເໜືອ ແລະ ພາກໃຕ້ ການປົກຫຸ້ມຝົນ 40-45% ຂອງພື້ນທີ່
ADadvertisement
ADadvertisement
ADadvertisement

ກົມອຸຕຸນະຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດ ປະຈໍາວັນທີ 6 ມີນາ 2026, ເວລາ 12:00 ໂມງຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ແຂວງພາກເໜືອ, ສ່ວນຕອນບ່າຍອາກາດຈະຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ: ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ພ້ອມມີ ລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ.

ພາກເໜືອດ້ານຕາເວັນຕົກ: ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ສ່ວນໃນຕອນບ່າບອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ພ້ອມ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ ຂອງພາກ. ອຸນຫະພູມໃນລະຫວ່າງ 14 – 34 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 21 – 33 ອົງສາ.

ພາກກາງ: ອາກາດຮ້ອນ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງ ທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 45% ຂອງພາກ. ອຸນຫະພູມໃນລະຫວ່າງ 19 – 30 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມຈະມີ ຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 15 – 30 ອົງສາ.

ພາກໃຕ້: ອາກາດຮ້ອນ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ ກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 21 – 32 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 45%. ອຸນຫະພູມໃນລະຫວ່າງ 14 – 25 ອົງສາ.

ເຝົ້າລະວັງ! ຝົນຕົກໜັກ ແລະ ລົມພັດແຮງຢູ່ພາກເໜືອ ແລະ ພາກໃຕ້ ການປົກຫຸ້ມຝົນ 40-45% ຂອງພື້ນທີ່
ເຝົ້າລະວັງ! ຝົນຕົກໜັກ ແລະ ລົມພັດແຮງຢູ່ພາກເໜືອ ແລະ ພາກໃຕ້ ການປົກຫຸ້ມຝົນ 40-45% ຂອງພື້ນທີ່ · ຮູບທີ 2

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 522 ຄັ້ງ
‹ ກັບໄປໝວດພະຍາກອນອາກາດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່