ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມຊຸກຍູ້ ການກໍ່ສ້າງພື້ນຖານໂຄງລ່າງ ແຂວງບໍ່ແກ້ວ

ໂດຍ Pele
· 8 ເດືອນ ກ່ອນອ່ານ 1 ນາທີ61 ຄັ້ງ
ທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມຊຸກຍູ້ ການກໍ່ສ້າງພື້ນຖານໂຄງລ່າງ ແຂວງບໍ່ແກ້ວ
ADadvertisement
ADadvertisement
ADadvertisement

ໃນໂອກາດເຄື່ອນໄຫວວຽກງານຢູ່ແຂວງບໍ່ແກ້ວ, ວັນທີ 8 ມີນາ 2026, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ ການກໍ່ສ້າງພື້ນຖານໂຄງລ່າງ ແຂວງບໍ່ແກ້ວ ໂດຍສະເພາະ ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ຫ້ວຍຊາຍນ້ອຍ ຫາ ຫ້ວຍແອ່ນ (ຂົວຂ້າມນ້ຳຂອງກອນຕືນ) ເມືອງປາກທາ ໂດຍໄດ້ຮັບຟັງການລາຍງານ ຈາກຜູ້ຕາງໜ້າໂຄງງານດັ່ງກ່າວ ຊາບວ່າ: ໂຄງການນີ້ ເປັນເສັ້ນທາງບູລິມະສິດສໍາຄັນ ໃນການຂົນສົ່ງສິນຄ້າ ເພື່ອເຊື່ອມຕໍ່ຫາແຂວງໄຊຍະບູລີ ລົງສູ່ນະຄອນຫຼວງວຽງຈັນ, ເຊິ່ງມີລວງຍາວ 53 ກິໂລແມັດ, ໜ້າທາງກວ້າງ 8 ແມັດ, ປູຢາງ 7 ແມັດ, ມີມູນຄ່າການກໍ່ສ້າງປະມານ 318 ກວ່າຕື້ກີບ ໂດຍແມ່ນກຸ່ມບໍລິສັດ ດວງຈະເລີນ ເປັນຜູ້ຮັບເໝົາກໍ່ສ້າງ, ໄລຍະການຈັດຕັ້ງປະຕິບັດວຽກ 48 ເດືອນ, ໂຄງການເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 3/7/2023 ຫາ 2/7/2027ແລະ ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ຈຸດຄຸ້ມມີໄຊສະຫວ່າງ ຫາບ້ານປ່າອ້ອຍ ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ, ຄວາມຍາວກວ່າ 3 ກິໂລແມັດ.

ທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມຊຸກຍູ້ ການກໍ່ສ້າງພື້ນຖານໂຄງລ່າງ ແຂວງບໍ່ແກ້ວ

ໃນໂອກາດກັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳພາກສ່ວນກ່ຽວຂ້ອງ ເພີ່ມທະວີການຮ່ວມມື ແລະ ປະສານງານກັນຢ່າງໃກ້ຊິດ ເພື່ອດຳເນີນແຕ່ລະໜ້າວຽກ ໃຫ້ສຳເລັດຕາມແຜນການ; ໃຫ້ຄຳນຶງເຖິງຄຸນນະພາບຂອງວຽກງານເປັນຫຼັກ, ມີການຄຸ້ມຄອງ ແລະ ກວດກາຢ່າງເຂັ້ມງວດ ເພື່ອໃຫ້ໂຄງການກໍ່ສ້າງເສັ້ນທາງ ແລະ ຕະຝັ່ງເຈື່ອນ ມີຄຸນນະພາບ, ຖືກຕ້ອງຕາມເຕັກນິກ ແລະ ສາມາດນຳໃຊ້ໄດ້ຍາວນານ.

ທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມຊຸກຍູ້ ການກໍ່ສ້າງພື້ນຖານໂຄງລ່າງ ແຂວງບໍ່ແກ້ວ · ຮູບທີ 2

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 61 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່