ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອີຣານວາງ 3 ເງື່ອນໄຂຢຸດສົງຄາມ: ຮັບຮອງສິດທິອັນຊອບທຳ, ຮຽກຮ້ອງຊົດໃຊ້ຄ່າເສຍຫາຍ, ຮັບປະກັນບໍ່ໂຈມຕີອີກ

ໂດຍ kaling
· 8 ເດືອນ ກ່ອນອ່ານ 1 ນາທີ141 ຄັ້ງ
ອີຣານວາງ 3 ເງື່ອນໄຂຢຸດສົງຄາມ: ຮັບຮອງສິດທິອັນຊອບທຳ, ຮຽກຮ້ອງຊົດໃຊ້ຄ່າເສຍຫາຍ, ຮັບປະກັນບໍ່ໂຈມຕີອີກ
ADadvertisement
ADadvertisement
ADadvertisement

ວັນທີ 11 ມີນາ 2026 ທ່ານ ມາຊູດ ເປເຊດເຄຍນ ປະທານາທິບໍດີຂອງອີຣານ ໄດ້ອອກຄຳແຖລງການณ໌ລະບຸວ່າ ຜູ້ນຳອີຣານໄດ້ຊີ້ແຈງໃນຄຳແຖລງການວ່າ ສົງຄາມຄັ້ງນີ້ຖືກຈູດຊົນວົນໂດຍລະບອບໄຊໂອນິດ ແລະ ສະຫະລັດອາເມລິກາ ເຊິ່ງທາງດຽວທີ່ຈະຢຸດຕິຄວາມຂັດແຍ່ງໄດ້ ຕ້ອງມີ 3 ເງື່ອນໄຂສຳຄັນ ຄື: ການຮັບຮອງສິດທິອັນຊອບທຳຂອງອີຣານ, ການຊົດໃຊ້ຄ່າເສຍຫາຍຈາກສົງຄາມ ແລະ ການຮັບປະກັນຈາກປະຊາຄົມສາກົນວ່າຈະບໍ່ເກີດການຮຸກຮານຂຶ້ນອີກໃນອານາຄົດ

ພ້ອມກັນນີ້ ປະທານາທິບໍດີອີຣານ ໄດ້ຢືນຢັນຈຸດຢືນລະຫວ່າງການຫາລືກັບຜູ້ນຳຂອງ ລັດເຊຍ ແລະ ປາກິສຖານ ວ່າ ລັດຖະບານອີຣານຍັງຄົງຍຶດໝັ້ນຕໍ່ສັນຕິພາບໃນພາກພື້ນ ແຕ່ການຢຸດຕິຄວາມຂັດແຍ່ງຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອສິດທິຂອງອີຣານໄດ້ຮັບການຍອມຮັບຢ່າງຊັດເຈນ

ທັງນີ້ ຄຳແຖລງດັ່ງກ່າວໄດ້ມີຂຶ້ນໃນຊ່ວງທີ່ຄວາມພະຍາຍາມທາງການທູດກຳລັງເຂັ້ມຂຶ້ນ ເພື່ອຄວບຄຸມສະຖານະການຄວາມຕຶງຄຽດໃນພາກພື້ນ ໂດຍລັດເຊຍຍັງຄົງຕິດຕໍ່ກັບຜູ້ນຳອີຣານຢ່າງໃກ້ຊິດ ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍຢຸດການສູ້ລົບ ແລະ ຫຼຸດຜ່ອນຄວາມຮຸນແຮງຂອງສະຖານະການລົງ.
ທີ່ມາ: Aljazeera

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 141 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່