ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮອງນາຍົກລັດຖະມົນຕີ ລົງເຄື່ອນໄຫວວຽກງານຢູ່ແຂວງໄຊສົມບູນ

ໂດຍ Pele
· 8 ເດືອນ ກ່ອນອ່ານ 1 ນາທີ61 ຄັ້ງ
ຮອງນາຍົກລັດຖະມົນຕີ ລົງເຄື່ອນໄຫວວຽກງານຢູ່ແຂວງໄຊສົມບູນ
ADadvertisement
ADadvertisement
ADadvertisement

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີີ້ນໍາວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ໃນວັນທີ 11-12 ມີນາ 2026ນີ້, ໂດຍການຕ້ອນຮັບຂອງ ທ່ານ ພຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ ແລະ ປະທານ ບໍລິສັດ ໂຊກມະນີ ມ້າຍນີງ ຈຳກັດ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ຮອງນາຍົກລັດຖະມົນຕີ ລົງເຄື່ອນໄຫວວຽກງານຢູ່ແຂວງໄຊສົມບູນ

ການລົງເຄື່ອນໄຫວວຽກງານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ໃນຄັ້ງນີ້, ແມ່ນຈະໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ, ຊຸກຍູ້ໂຄງການ ຂອງບໍລິສັດ ໂຊກມະມີ ມາຍນີງ ຈຳກັດ ແລະ ຈະໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງໂດຍສະເພາະແມ່ນພະນັກງານ ບັນດາພະແນກການ, ອົງການຂັ້ນແຂວງ ແລະ 5 ເມືອງ ພາຍໃນແຂວງໄຊສົມບູນ. ຫຼັງຈາກນັ້ນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະນຳແຂວງ ຍັງໄດ້ເຂົ້າຢ້ຽມຢາມໂຮງງານ ຂອງບໍລິສັດ ໂຊກມະນີ ມາຍນີງ ຈຳກັດ ຢູ່ເມືອງລ້ອງແຈ້ງ ເຕີ່ມອິກ.

ຮອງນາຍົກລັດຖະມົນຕີ ລົງເຄື່ອນໄຫວວຽກງານຢູ່ແຂວງໄຊສົມບູນ · ຮູບທີ 2

(ພາບ-ຂ່າວ: ຫັດ ໄຊຍະວົງ)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 61 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່