ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

"ທຣຳ" ຊີ້ "ຍິ່ງນ້ຳມັນແພງ ສະຫະລັດຍິ່ງໄດ້ເງິນຫຼາຍ" ຢືນຢັນເປົ້າໝາຍຢຸດອີຣ່ານຄອບຄອງນິວເຄຍ

ໂດຍ kaling
· 8 ເດືອນ ກ່ອນອ່ານ 3 ນາທີ89 ຄັ້ງ
"ທຣຳ" ຊີ້ "ຍິ່ງນ້ຳມັນແພງ ສະຫະລັດຍິ່ງໄດ້ເງິນຫຼາຍ" ຢືນຢັນເປົ້າໝາຍຢຸດອີຣ່ານຄອບຄອງນິວເຄຍ
ADadvertisement
ADadvertisement
ADadvertisement

ປະທານາທິບໍດີໂດນັລ ທຣຳ ລະບຸວ່າລາຄານ້ຳມັນໂລກທີ່ປັບຕົວສູງຂຶ້ນສົ່ງຜົນໃຫ້ສະຫະລັດມີລາຍຮັບເພີ່ມໃນຖານະຜູ້ຜະລິດນ້ຳມັນລາຍໃຫຍ່ທີ່ສຸດຂອງໂລກ ແຕ່ຢືນຢັນວ່າລຳດັບຄວາມສຳຄັນສູງສຸດຍັງຄົງເປັນການສະກັດບໍ່ໃຫ້ອີຣ່ານພັດທະນາອາວຸດນິວເຄລຍ ທ່າມກາງຄວາມກັງວົນດ້ານເສດຖະກິດ ແລະ ລາຄາພະລັງງານທີ່ພຸ່ງຂຶ້ນຈາກສົງຄາມໃນຕາເວັນອອກກາງ.

ປະທານາທິບໍດີໂດນັລ ທຣຳ ແຖລງເມື່ອວັນພະຫັດທີ່ຜ່ານມາ ໂດຍປັບທ່າທີຢ່າງສິ້ນເຊີງຕໍ່ສະຖານການດ້ານລາຄານ້ຳມັນ ແລະ ກາດທຳມະຊາດທີ່ພຸ່ງສູງຂຶ້ນ ພາຍຫຼັງເກີດຄວາມຂັດແຍ່ງທາງທະຫານກັບອີຣ່ານ ໂດຍລະບຸວ່າ ໃນຖານະທີ່ສະຫະລັດອາເມລິກາເປັນຜູ້ຜະລິດນ້ຳມັນລາຍໃຫຍ່ທີ່ສຸດຂອງໂລກ ການທີ່ລາຄານ້ຳມັນປັບຕົວສູງຂຶ້ນຍ່ອມໝາຍເຖິງກຳໄລມະຫາສານທີ່ເຂົ້າສູ່ປະເທດ.

ທຣຳໂພສຂໍ້ຄວາມຜ່ານສື່ສັງຄົມສ່ວນຕົວວ່າ “ສະຫະລັດຄືຜູ້ຜະລິດນ້ຳມັນລາຍໃຫຍ່ທີ່ສຸດໃນໂລກ ດັ່ງນັ້ນເມື່ອລາຄານ້ຳມັນສູງຂຶ້ນ ພວກເຮົາຈຶ່ງທຳເງິນໄດ້ຫຼາຍ” ຢ່າງໃດກໍຕາມ ລາວເນັ້ນຢ້ຳວ່າລຳດັບຄວາມສຳຄັນສູງສຸດໃນຕອນນີ້ບໍ່ແມ່ນເລື່ອງລາຄາພະລັງງານ ແຕ່ຄືການຢຸດຢັ້ງບໍ່ໃຫ້ອີຣ່ານມີອາວຸດນິວເຄລຍໄວ້ໃນຄອບຄອງ.

ທ່າທີລ່າສຸດຂອງທຣຳຖືກມອງວ່າເປັນການ “ກັບລຳ” ທາງການເມືອງ ເນື່ອງຈາກເດືອນທີ່ຜ່ານມາໃນແຖລງການດ້ານນະໂຍບາຍປະຈຳປີ ລາວຍັງຄົງອວດອ້າງເຖິງລາຄານ້ຳມັນທີ່ລະດັບ 2.30 ໂດລາຕໍ່ກາລອນ ແຕ່ປັດຈຸບັນລາຄາສະເລ່ຍທົ່ວປະເທດໄດ້ພຸ່ງສູງຂຶ້ນກວ່າ 50% ໄປແຕະທີ່ 3.60 ໂດລາຕໍ່ກາລອນແລ້ວ ຕາມຂໍ້ມູນຈາກ AAA.

ຂະນະທີ່ລາຄານ້ຳມັນດິບເກນມາດຕະຖານໂລກພຸ່ງທະລຸ 100 ໂດລາຕໍ່ບາເຣລໄປເມື່ອວັນພະຫັດ (12 ມີ.ນາ.) ທ່າມກາງຄວາມຜັນຜວນຢ່າງຮຸນແຮງຈາກການປິດເສັ້ນທາງເດີນເຮືອໃນຊ່ອງແຄບຮໍມຸດ ຊຶ່ງເປັນຈຸດຍຸດທະສາດສຳຄັນໃນການຂົນສົ່ງພະລັງງານຂອງໂລກ.

ດ້ານທະນາຄານເພື່ອການລົງທຶນໂກລດ໌ແມນ ແຊັກສ໌ ອອກຄຳເຕືອນວ່າ ລາຄານ້ຳມັນທີ່ພຸ່ງສູງຂຶ້ນຈະສົ່ງຜົນໃຫ້ເກີດພາວະເງິນເຟີ້ທີ່ຮຸນແຮງຂຶ້ນ ອັດຕາການເຕີບໂຕທາງເສດຖະກິດຊ້າລົງ ແລະ ອາດເຮັດໃຫ້ອັດຕາການວ່າງງານເພີ່ມສູງຂຶ້ນພາຍໃນສິ້ນປີນີ້.

ດ້ານລັດຖະບານທຣຳຍັງຄົງປະເຊີນກັບຄຳຖາມເລື່ອງແຜນການຄຸ້ມຄອງເສັ້ນທາງເດີນເຮືອ ໂດຍ ທ່ານ ຄຣິສ ໄຣທ໌ ລັດຖະມົນຕີກະຊວງພະລັງງານ ຍອມຮັບວ່າຄວາມຂັດແຍ່ງຄັ້ງນີ້ສ້າງການຢຸດຊະງັກຢ່າງຮຸນແຮງຕໍ່ລາຄາພະລັງງານໃນໄລຍະສັ້ນ ແລະ ຍັງບໍ່ສາມາດລະບຸໄດ້ວ່າກອງທັບເຮືອສະຫະລັດຈະເລີ່ມຄຸ້ມກັນເຮືອບັນທຸກນ້ຳມັນຜ່ານຊ່ອງແຄບຮໍມຸດໄດ້ເມື່ອໃດ ໂດຍໃຫ້ເຫດຜົນວ່າກຳລັງທັງໝົດກຳລັງມຸ່ງເນັ້ນໄປທີ່ການທຳລາຍຂີດຄວາມສາມາດໃນການໂຈມຕີຂອງອີຣ່ານ.

ເພື່ອຫຼຸດຜ່ອນຄວາມຮ້ອນແຮງຂອງລາຄາພະລັງງານ ທຣຳໄດ້ປະກາດກຽມປະສານງານກັບນາໆຊາດເພື່ອລະບາຍນ້ຳມັນສຳຮອງທາງຍຸດທະສາດ ຈຳນວນ 172 ລ້ານບາເຣລ ຢ່າງໃດກໍຕາມ ນັກເສດຖະສາດມອງວ່າມາດຕະການນີ້ອາດຊ່ວຍໄດ້ພຽງ “ປະຄອງ” ຕະຫຼາດໃຫ້ຄົງທີ່ຊົ່ວຄາວເທົ່ານັ້ນ ແຕ່ບໍ່ສາມາດຢຸດຢັ້ງແນວໂນ້ມການເພີ່ມຂຶ້ນຂອງລາຄາໄດ້.

ນອກຈາກນີ້ ທຳເນຍບຂາວຍັງພິຈາລະນາທີ່ຈະຍົກເວັ້ນຂໍ້ກຳນົດພາຍໃຕ້ກົດໝາຍ Jones Act ຊົ່ວຄາວ ເພື່ອເປີດທາງໃຫ້ເຮືອທີ່ບໍ່ໄດ້ຊູທຸງສະຫະລັດສາມາດຂົນສົ່ງສິນຄ້າພະລັງງານ ແລະ ກະສິກຳລະຫວ່າງທ່າເຮືອໃນປະເທດໄດ້ສະດວກຂຶ້ນ ເພື່ອປ້ອງກັນພາວະຂາດສິນຄ້າທີ່ຈຳເປັນ.

ທ່າທີຂອງທຣຳໃນຄັ້ງນີ້ເກີດຂຶ້ນໃນຊ່ວງກ່ອນການເລືອກຕັ້ງກາງສະໄໝໃນເດືອນພະຈິກ ຊຶ່ງລາຄານ້ຳມັນທີ່ພຸ່ງສູງມັກເປັນປັດໄຈລົບຕໍ່ຄະແນນນິຍົມຂອງລັດຖະບານທີ່ກຳລັງບໍລິຫານງານຢູ່.

ທີ່ມາ: Associated Press

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 89 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່