ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເລຂາພັກແຂວງຄໍາມ່ວນ ຕ້ອນຮັບຄະນະປະສານງານທະຫານອາສາສະໝັກ ຫວຽດນາມ-ລາວ

ໂດຍ Pele
· 8 ເດືອນ ກ່ອນອ່ານ 1 ນາທີ50 ຄັ້ງ
ເລຂາພັກແຂວງຄໍາມ່ວນ ຕ້ອນຮັບຄະນະປະສານງານທະຫານອາສາສະໝັກ ຫວຽດນາມ-ລາວ
ADadvertisement
ADadvertisement
ADadvertisement

ວັນທີ 17 ມີນານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ໄດ້ຕ້ອນຮັບ ຄະນະປະສານງານທະຫານອາສາສະໝັກຫວຽດນາມ-ລາວ ນະຄອນຮ່າຍຟອງ ສສ ຫວຽດນາມ ໂດຍການນຳພາຄະນະຂອງທ່ານ ດ່ວນ ວັນ ບ່າວ ຫົວໜ້າຄະນະປະສານງານ ທະຫານອາສາສະໝັກ ນະຄອນຮ່າຍຟອງ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄໍາມ່ວນ.

ເລຂາພັກແຂວງຄໍາມ່ວນ ຕ້ອນຮັບຄະນະປະສານງານທະຫານອາສາສະໝັກ ຫວຽດນາມ-ລາວ

ທ່ານເລຂາພັກແຂວງຄໍາມ່ວນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ການມາຢ້ຽມຢາມຂອງທ່ານ ດ່ວນ ວັນ ບ່າວ ພ້ອມດ້ວຍຄະນະໃນຄັ້ງນີ້, ຊຶ່ງແຂວງຄໍາມ່ວນກໍາລັງກະກຽມຈັດງານສໍາຄັນ 2 ເຫດການໃຫຍ່ໂດຍສະເພາະຈາລຶກ ປະຫວັດສາດບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ຄົບຮອບ 80 ປີ. ການມາຢ້ຽມຢາມຄັ້ງນີ້, ຖືເປັນນິມິດໝາຍອັນດີ ໃນການສືບຕໍ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ຊາດ ລາວ-ຫວຽດນາມ ກໍຄືແຂວງຄໍາມ່ວນ – ນະຄອນຮ່າຍຟອງ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ, ພ້ອມນີ້ຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການສືບທອດມູນເຊື້ອສາຍພົວພັນອັນດີງາມ ໃຫ້ແກ່ຄົນຮຸ້ນໜຸ່ມໄດ້ສືບທອດປົກປັກຮັກສາ ເສີມຂະຫຍາຍ ມູນເຊື້ອສາຍພົວພັນແບບພິເສດໃຫ້ໜັ້ນຄົງທະນົງແກ່ນຕໍ່ໄປ.

ໂອກາດດັ່ງກ່າວ, ທ່ານ ດ່ວນ ວັນ ບ່າວ ໄດ້ສະແດງ ຄວາມຂອບໃຈ ຕໍ່ ການຕ້ອນຮັບ ຢ່າງອົບອຸ່ນ ຂອງການນໍາແຂວງຄໍາມ່ວນ ພ້ອມທັງ ສະແດງ ຄວາມຍິນດີ ທີ່ໄດ້ມາ ຢ້ຽມຢາມ ແລະ ພົບປະ ກັບ ການນໍາແຂວງໃນຄັ້ງນີ້. ຈາກນັ້ນ, ຄະນະ ຍັງໄດ້ ເຮັດວຽກ ຮ່ວມກັບ ສະຫະພັນ ນັກຮົບເກົ່າ ຂອງແຂວງ ເພື່ອສືບຕໍ່ ພັດທະນາ ການຮ່ວມມື ໃນອະນາຄົດ.

ພ້ອມທັງຖືໂອກາດນີ້ມອບຫຼຽນກາລະນຶກສະຫະພັນນັກຮົບເກົ່າຫວຽດນາມ ໃຫ້ບັນດາຄະນະການນໍາແຂວງຄໍາມ່ວນ.

(ຂ່າວ: ມະນີວັນ)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່