ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າຊີວິດ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍພະລາຊິນີ ຢ້ຽມຊົມພິພິທະພັນພະທາດຫລວງວຽງຈັນ

ໂດຍ Jenjila
· 8 ເດືອນ ກ່ອນອ່ານ 1 ນາທີ98 ຄັ້ງ
ເຈົ້າຊີວິດ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍພະລາຊິນີ ຢ້ຽມຊົມພິພິທະພັນພະທາດຫລວງວຽງຈັນ
ADadvertisement
ADadvertisement
ADadvertisement
ເຈົ້າຊີວິດ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍພະລາຊິນີ ຢ້ຽມຊົມພິພິທະພັນພະທາດຫລວງວຽງຈັນ

ໃນຕອນບ່າຍວັນທີ 18 ມີນາ 2026 ນີ້, ພະບາດສົມ ເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ສະເດັດຢ້ຽມຊົມ ພິທິທະພັນພະທາດຫຼວງວຽງ ຈັນ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ທີ່ກ່ຽວຂ້ອງທັງສອງຝ່າຍ.

ເຈົ້າຊີວິດ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍພະລາຊິນີ ຢ້ຽມຊົມພິພິທະພັນພະທາດຫລວງວຽງຈັນ · ຮູບທີ 2

ໃນໂອກາດດັ່ງກ່າວ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ແລະ ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຮ່ວມກັນຈູດທຽນບູຊາພຣະຣັດຕະນະໄຕຣ, ຖວາຍທານແກ່ພະສົງ 9 ອົງ, ຮັບຟັງພະສົງສູດ ແລະ ຢາດນໍ້າຮັບພອນ ເພື່ອເປັນສິລິມຸງຄຸນ.

ເຈົ້າຊີວິດ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍພະລາຊິນີ ຢ້ຽມຊົມພິພິທະພັນພະທາດຫລວງວຽງຈັນ · ຮູບທີ 3

ຫຼັງຈາກນັ້ນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງລາ ຊະອານາຈັກໄທ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຍ່າງຊົມພະທາດຫລວງວຽງຈັນ ແລະ ຖ່າຍຮູບຮ່ວມກັນເພື່ອເປັນທີ່ລະນຶກ.

ເຈົ້າຊີວິດ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍພະລາຊິນີ ຢ້ຽມຊົມພິພິທະພັນພະທາດຫລວງວຽງຈັນ · ຮູບທີ 4

ໃນຕອນທ້າຍ,ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງລາຊະອານາຈັກໄທ ໄດ້ໃຫ້ກຽດລົງນາມປຶ້ມຢ້ຽມຢາມ ເພື່ອເປັນທີ່ລະນຶກ ໃຫ້ແກ່ພິພິທະພັນພະທາດຫລວງວຽງຈັນ.ພາຍຫຼັງສໍາເລັດການຢ້ຽມຊົມ,ສອງປະມຸກ ລັດ ລາວ-ໄທ ພ້ອມດ້ວຍພັນລະຍາ ກໍໄດ້ກ່າວອໍາລາ ແລະ ອວຍພອນໄຊອັນປະເສີດ ດ້ວຍບັນຍາກາດໄມຕີຈິດມິດຕະ ພາບ ແລະ ຄວາມຮັກແພງເຊິ່ງກັນແລະກັນ.

ເຈົ້າຊີວິດ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍພະລາຊິນີ ຢ້ຽມຊົມພິພິທະພັນພະທາດຫລວງວຽງຈັນ · ຮູບທີ 5

ພະທາດຫຼວງວຽງຈັນ ແມ່ນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວ ກໍຄື ຊາວພຸດທົ່ວປະເທດ,ທັງເປັນສະ ຖານທີ່ທ່ອງທ່ຽວທາງວັດທະນະທໍາ ທີ່ສໍາຄັນຂອງ ສປປ ລາວ ອີກດ້ວຍ.

ເຈົ້າຊີວິດ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍພະລາຊິນີ ຢ້ຽມຊົມພິພິທະພັນພະທາດຫລວງວຽງຈັນ · ຮູບທີ 6

ພາບ: ຂັນໄຊ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 98 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່