ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນາຍົກລັດຖະມົນຕີ ຕ້ອນຮັບ ຮອງປະທານທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ

ໂດຍ Jenjila
· 8 ເດືອນ ກ່ອນອ່ານ 2 ນາທີ51 ຄັ້ງ
ນາຍົກລັດຖະມົນຕີ ຕ້ອນຮັບ ຮອງປະທານທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ
ADadvertisement
ADadvertisement
ADadvertisement
ນາຍົກລັດຖະມົນຕີ ຕ້ອນຮັບ ຮອງປະທານທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ

ຂປລ. ໃນຕອນບ່າຍວັນທີ 18 ມີນາ 2026, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຄາຣ໌ລອສ ຟີລິບເປ ຮາຣາມີໂຢຮອງປະທານທະນາຄານໂລກ (WB) ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ພ້ອມດ້ວຍຄະນະ.

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ກັບການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງທ່ານ ຄາຣ໌ລອສ ຟີລິບເປ ຮາຣາມີໂຢ ແລະ ຄະນະ ໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ຕະຫລອດໄລຍະ 60 ກວ່າປີຜ່ານມາ, ຊຶ່ງການມາເຄື່ອນໄຫວໃນຄັ້ງນີ້ ຖືເປັນໂອກາດທີ່ດີ ທີ່ຈະໄດ້ພ້ອມກັນແລກປ່ຽນກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໄລຍະໃໝ່ ແລະ ແຜນການສືບເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານໂລກໃຫ້ແໜ້ນແຟ້ນຂຶ້ນຕື່ມ. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນ ຕີ ໄດ້ສະແດງຄວາມຂອບໃຈ ຕໍ່ທະນາຄານໂລກທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະທີ່ຜ່ານມາ, ຊຶ່ງໄດ້ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນທີ່ດີຕື່ມອີກ ໂດຍສະເພາະ ການພັດທະນາເສດຖະກິດໃຫ້ມີສະຖຽນລະພາບ, ມີການເຕີບໂຕຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຍືນຍົງ; ການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ, ມີວຽກເຮັດງານທຳ ແລະ ຮູ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ; ການປົກປັກຮັກສາຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມແບບຍືນຍົງ; ການກຽມພ້ອມຮັບມືກັບການປ່ຽນແປງຂອງດິນຢ້າອາກາດ, ໄພພິບັດ ແລະ ອື່ນໆ.

ນາຍົກລັດຖະມົນຕີ ຕ້ອນຮັບ ຮອງປະທານທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ · ຮູບທີ 2

ທ່ານ ຄາຣ໌ລອສ ຟີລິບເປ ຮາຣາມີໂຢ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງຢືນຢັນວ່າ ທະນາຄານໂລກ ຈະສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດ ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຕໍ່ໜ້າ ຢ່າງສຸດຄວາມສາມາດ; ພ້ອມທັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຍິນດີຕໍ່ສປປ ລາວ ທີ່ສາມາດປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ມີຜົນສຳເລັດຫລາຍດ້ານ, ເຮັດໃຫ້ປະເທດຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາ ແລະ ປັບປຸງດີຂຶ້ນຢ່າງຕໍ່ເນື່ອງ.

ນາຍົກລັດຖະມົນຕີ ຕ້ອນຮັບ ຮອງປະທານທະນາຄານໂລກ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ · ຮູບທີ 3

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 51 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່