ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສສ ຫວຽດນາມຈະສະໜອງນໍ້າມັນເຊື້ອໄຟໃຫ້ ສປປ ລາວ ຈໍານວນ 50 ລ້ານລິດ

ໂດຍ Jenjila
· 8 ເດືອນ ກ່ອນອ່ານ 1 ນາທີ120 ຄັ້ງ
ສສ ຫວຽດນາມຈະສະໜອງນໍ້າມັນເຊື້ອໄຟໃຫ້ ສປປ ລາວ ຈໍານວນ 50 ລ້ານລິດ
ADadvertisement
ADadvertisement
ADadvertisement
ສສ ຫວຽດນາມຈະສະໜອງນໍ້າມັນເຊື້ອໄຟໃຫ້ ສປປ ລາວ ຈໍານວນ 50 ລ້ານລິດ

ລັດຖະບານ ສສ ຫວຽດນາມຕົກລົງ ຫຼື ໃຫ້ບໍລິສັດນໍ້າມັນເຊື້ອໄຟຂອງຫວຽດນາມ ສະໜອງນໍ້າມັນເຊື້ອໄຟ ຈໍານວນ 50 ລ້ານລິດໃຫ້ ປະເທດລາວເພື່ອຊ່ວຍແກ້ໄຂສະພາບການສະໜອງພາຍໃນປະເທດລາວ ໃຫ້ພຽງພໍໃນໄລຍະທີ່ສະພາບການກຳລັງເຄັ່ງຮ້ອນ. ນອກຈາກນັ້ນ, ຫວຽດນາມຍັງຈະຊ່ວຍອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້ານ້ຳມັນເຊື້ອໄຟຈາກປະເທດທີສາມຜ່ານ ສສ ຫວຽດນາມ ເຂົ້າມາ ສປປ ລາວ ອີກດ້ວຍ.

ການຕົກລົງສະໜອງນໍ້າມັນດັ່ງກ່າວໄດ້ຕົກລົງກັນເມື່ອມໍ່ໆມານີ້ ໃນການພົບປະສອງຝ່າຍລະຫວ່າງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ແລະ ທ່ານ ເລ ເມັງຮຸງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສສ ຫວຽດນາມ ແລະ ຄະນະ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 120 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່