ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

IEA ເລີ່ມປ່ອຍນ້ຳມັນສຳຮອງສຸກເສີນ

ໂດຍ Pele
· 8 ເດືອນ ກ່ອນອ່ານ 1 ນາທີ70 ຄັ້ງ
IEA ເລີ່ມປ່ອຍນ້ຳມັນສຳຮອງສຸກເສີນ
ADadvertisement
ADadvertisement
ADadvertisement

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ອົງການພະລັງງານສາກົນ (IEA) ໄດ້ລາຍງານການປ່ອຍນໍ້າມັນເຊື້ອໄຟຈາກຄັງສຳຮອງສຸກເສີນເຂົ້າສູ່ຕະຫຼາດໃນເບື້ອງຕົ້ນ ພາຍໃຕ້ຂໍ້ຕົກລົງຂອງບັນດາປະເທດສະມາຊິກ. ໂດຍການປ່ອຍນໍ້າມັນເຊື້ອໄຟສຸກເສີນໂດຍລວມຈະເປັນນໍ້າມັນດິບສ່ວນໃຫຍ່, ໃນຂະນະທີ່ການປ່ອຍຈາກເອີຣົບສ່ວນໃຫຍ່ຈະເປັນຜະລິດຕະພັນນໍ້າມັນທີ່ກັ່ນແລ້ວ ແລະ ເສີມດ້ວຍການຜະລິດເພີ່ມເຕີມຈາກບັນດາປະເທດໃນທະວີບອາເມຣິກາ.

ບົດລາຍງານລະບຸວ່າ: ລາຍລະອຽດຂອງການຈັດສັນລະຫວ່າງນໍ້າມັນດິບ ແລະ ຜະລິດຕະພັນທີ່ກັ່ນແລ້ວ, ລວມທັງປະລິມານຈາກຄັງສຳຮອງຂອງລັດ ຫຼື ການຫຼຸດຜ່ອນພັນທະທີ່ກຳນົດໄວ້ໃນຂະແໜງອຸດສາຫະກໍາຍັງຄົງສາມາດປ່ຽນແປງໄດ້, ເນື່ອງຈາກແຕ່ລະປະເທດກຳລັງປັບປຸງລາຍລະອຽດສະເພາະຂອງແຜນການປ່ອຍນໍ້າມັນເຊື້ອໄຟສຳຮອງສຸກເສີນ.

ທັງນີ້, ການຂົນສົ່ງສິນຄ້າທົ່ວໂລກໄດ້ຮັບຜົນກະທົບຈາກການໂຈມຕີຄັ້ງໃຫຍ່ທີ່ດໍາເນີນໂດຍສະຫະ ລັດ ອາເມຣິກາ ແລະ ອິສຣາແອນຕໍ່ອີຣ່ານ ໃນວັນທີ 28 ກຸມພາ ຜ່ານມາ ຊຶ່ງເຮັດໃຫ້ລາຄານໍ້າມັນເຊື້ອໄຟສູງຂຶ້ນ ແລະ ສັ່ນສະເທືອນເສດຖະກິດໂລກ. ໃນວັນທີ 11 ມີນາ ຜ່ານມາ, 32 ປະເທດສະມາຊິກ IEA ໄດ້ຕົກລົງເປັນເອກະສັນກັນທີ່ຈະປ່ອຍນໍ້າມັນເຊື້ອໄຟຈາກຄັງສອງຮອງສຸກເສີນຂອງແຕ່ລະປະເທດສູ່ຕະຫຼາດ ລວມ 400 ລ້ານບາເຣວ ເພື່ອແກ້ໄຂຜົນກະທົບຂອງຂໍ້ຂັດແຍ່ງໃນຕາເວັນອອກກາງ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 70 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່