ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມອບ-ຮັບໜ້າທີ່ ປະທານຄະນະບລິຫານງານສູນກາງສະ ຫະພັນກຳມະບານລາວ

ໂດຍ Pele
· 8 ເດືອນ ກ່ອນອ່ານ 2 ນາທີ41 ຄັ້ງ
ມອບ-ຮັບໜ້າທີ່ ປະທານຄະນະບລິຫານງານສູນກາງສະ ຫະພັນກຳມະບານລາວ
ADadvertisement
ADadvertisement
ADadvertisement

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະ ທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຜູ້ເກົ່າ ແລະ ຜູ້ໃຫມ່ ໄດ້ຈັດຂຶ້ນໃນວັນທີ 23 ມີນາ 2026,ໂດຍການເຂົ້າຮ່ວມຂອງ ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຄະນະບໍລິຫານງານພັກ ສູນກາງສະຫະພັນກຳມະບານລາວ,ພ້ອມດ້ວຍຫົວໜ້າກົມ,ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ມອບ-ຮັບໜ້າທີ່ ປະທານຄະນະບລິຫານງານສູນກາງສະ ຫະພັນກຳມະບານລາວ

ໃນພິທີ,ໄດ້ຜ່ານມະຕິຕົກລົງ ແລະ ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 37/ກມສພ,ເລກທີ 21/ກມສພ ແລະ ເລກທີ 32/ປປທ ເຊິ່ງມີເນື້ອໃນສຳຄັນ ຄື: ກົມການເມືອງສູນກາງພັກອອກມະຕິຕົກລົງ ໃຫ້ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ ສະໄຫມທີ XI ອອກພັກຮັບອຸດຫນຸນບຳນານ ແລະ ແຕ່ງຕັ້ງຍົກຍ້າຍ ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງເລຂາຄະ ນະບໍລິຫານງານພັກ ຮອງປະທານສູນກາງແນວລາວສ້າງຊາດ ມາເປັນເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ. ຈາກນັ້ນ, ກໍໄດ້ເຊັນບົດບັນທຶກ ມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ເລັດ ໄຊຍະພອນ ກໍາມະການສູນກາງພັກ ສະໄຫມທີ XI ເລຂາຄະນະບໍລິຫານງານພັກ ປະທານສູນກາງສະຫະພັນກຳມະບານລາວ (ຜູ້ເກົ່າ) ແລະ ສະຫາຍ ຄຳຜອຍ ວັນນະສານ ກໍາມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສູນກາງແນວລາວສ້າງຊາດ (ຜູ້ໃໝ່) ເພື່ອຮັບຜິດຊອບໜ້າທີ່ໃໝ່ ຢູ່ສູນກາງສະຫະພັນກຳມະ ບານລາວ.

ມອບ-ຮັບໜ້າທີ່ ປະທານຄະນະບລິຫານງານສູນກາງສະ ຫະພັນກຳມະບານລາວ · ຮູບທີ 2

ໂອກາດນີ້, ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດໂອ້ລົມ ແລະຕີລາຄາສູງຕໍ່ຄວາມຮັບຜິດຊອບຂອງທັງສອງສະຫາຍ ທີ່ໄດ້ທຸ່ມເທສະຕິປັນຍາເຂົ້າໃນການນຳ ພາ-ຊີ້ນຳວຽກງານຂອງພັກ-ລັດ ໃນໄລຍະຜ່ານມາ. ພ້ອມ ກັນນັ້ນ, ສະຫາຍ ກໍໄດ້ເນັ້ນໃຫ້ຜູ້ທີ່ມາຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ຕັ້ງໜ້າຜັນຂະຫຍາຍວຽກງານກຳມະບານໃຫ້ມີບາດກ້າວຂະຫຍາຍຕົວໃໝ່ຢ່າງເຂັ້ມແຂງ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່