ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສຳນັກຂ່າວຣອຍເຕີລາຍງານເກີດເຫດໄຟໄໝ້ຄັ້ງໃຫຍ່ຢູ່ໂຮງກັ່ນນ້ຳມັນໃນລັດເທັກຊັດ (Texas)

ໂດຍ Jenjila
· 8 ເດືອນ ກ່ອນອ່ານ 2 ນາທີ224 ຄັ້ງ
ສຳນັກຂ່າວຣອຍເຕີລາຍງານເກີດເຫດໄຟໄໝ້ຄັ້ງໃຫຍ່ຢູ່ໂຮງກັ່ນນ້ຳມັນໃນລັດເທັກຊັດ (Texas)
ADadvertisement
ADadvertisement
ADadvertisement

ເມື່ອວັນທີ 23 ມີນາ, ສື່ທ້ອງຖິ່ນໄດ້ລາຍງານວ່າ: ເກີດເຫດໄຟໄໝ້ຢູ່ ໂຮງກັ່ນນ້ຳມັນ ພອດ ອາເທີ (Port Arthur) ຂອງບໍລິສັດ Valero Energy ໃນລັດເທັກຊັດ, ສະຫະລັດອາເມຣິກາ. ເຊິ່ງໂຮງກັ່ນແຫ່ງນີ້ມີກຳລັງການຜະລິດນ້ຳມັນສູງເຖິງ 380,000 ບາເຣວຕໍ່ມື້.

ສຳນັກຂ່າວຣອຍເຕີລາຍງານເກີດເຫດໄຟໄໝ້ຄັ້ງໃຫຍ່ຢູ່ໂຮງກັ່ນນ້ຳມັນໃນລັດເທັກຊັດ (Texas)

ທ່ານ ເຊນາ ສະຕີເຟນສ໌ (Zena Stephens), ເຈົ້າໜ້າທີ່ຕຳຫຼວດ (Sheriff) ປະຈຳເຂດເຈບເຟີສັນ (Jefferson County) ກ່າວວ່າ: ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບຈາກເຫດການນີ້ ແລະ ສາເຫດເບື້ອງຕົ້ນຄາດວ່າການລະເບີດເກີດມາຈາກ ເຄື່ອງເຮັດຄວາມຮ້ອນ (Heater) ພາຍໃນໂຮງງານອຸດສາຫະກຳ.

(ອ້າງອີງຕາມການລາຍງານຂອງສະຖານີໂທລະພາບ KFDM, ເຊິ່ງເປັນເຄືອຂ່າຍຂອງ CBS News)

ສຳນັກຂ່າວຣອຍເຕີລາຍງານເກີດເຫດໄຟໄໝ້ຄັ້ງໃຫຍ່ຢູ່ໂຮງກັ່ນນ້ຳມັນໃນລັດເທັກຊັດ (Texas) · ຮູບທີ 2

ເຈົ້າໜ້າທີ່ສັ່ງປະຊາຊົນລີ້ໄພດ່ວນ! ຫຼັງເກີດເຫດລະເບີດ ແລະ ໄຟໄໝ້ໂຮງກັ່ນນ້ຳມັນໃນລັດເທັກຊັດ

ເຈົ້າໜ້າທີ່ໄດ້ອອກຄຳສັ່ງໃຫ້ປະຊາຊົນທີ່ອາໄສຢູ່ໃກ້ກັບໂຮງກັ່ນ ລີ້ໄພຢູ່ໃນສະຖານທີ່ປອດໄພທັນທີ. ມີຄລິບວິດີໂອທີ່ເຜີຍແຜ່ທາງອອນລາຍ ເຊິ່ງໄດ້ຍິນສຽງລະເບີດ ແລະ ເຫັນຄວັນໄຟສີດຳພວຍພຸ້ງຂຶ້ນສູ່ທ້ອງຟ້າຢ່າງໜ້າຢ້ານ.

ສຳນັກຂ່າວຣອຍເຕີລາຍງານເກີດເຫດໄຟໄໝ້ຄັ້ງໃຫຍ່ຢູ່ໂຮງກັ່ນນ້ຳມັນໃນລັດເທັກຊັດ (Texas) · ຮູບທີ 3

ເຫດລະເບີດເກີດຂຶ້ນໃນເວລາປະມານ 19:22 ນາທີ ຂອງວັນທີ 23 ມີນາ ຕາມເວລາທ້ອງຖິ່ນ (ກົງກັບເວລາ 07:22 ນາທີ ຂອງວັນທີ 24 ມີນາ ຕາມເວລາໃນລາວ). ຕາມການລາຍງານຂອງ The Deep Dive ໂດຍອ້າງອີງຈາກພະຍານຢູ່ບ່ອນເກີດເຫດລະບຸວ່າ: ສຽງລະເບີດດັງແຮງຈົນເຮັດໃຫ້ເຮືອນຊານໃນລະແວກໃກ້ຄຽງສັ່ນສະເທືອນ ແລະ ເຫັນແປວໄຟພົ່ນອອກມາຈາກບໍລິເວນໂຮງກັ່ນ.

ໜ່ວຍກູ້ໄພໄດ້ຖືກສົ່ງໄປຄວບຄຸມສະຖານະການ ແລະ ມອດໄຟຢ່າງຮີບດ່ວນ. ເຈົ້າໜ້າທີ່ກຳລັງກວດສອບຄຸນນະພາບອາກາດ ເພື່ອເບິ່ງວ່າມີກ໊າຊພິດຮົ່ວໄຫຼເຂົ້າສູ່ພື້ນທີ່ຫຼືບໍ່. ທັງນີ້, ຄຳສັ່ງໃຫ້ປະຊາຊົນຢູ່ແຕ່ໃນເຮືອນຈະຍັງມີຜົນບັງຄັບໃຊ້ຈົນກວ່າຈະມີການແຈ້ງການເພີ່ມເຕີມ.

ສຳນັກຂ່າວຣອຍເຕີລາຍງານເກີດເຫດໄຟໄໝ້ຄັ້ງໃຫຍ່ຢູ່ໂຮງກັ່ນນ້ຳມັນໃນລັດເທັກຊັດ (Texas) · ຮູບທີ 4

ເພື່ອຄວາມປອດໄພ ແລະ ເປີດທາງໃຫ້ເຈົ້າໜ້າທີ່ປະຕິບັດງານ, ກົມຂົນສົ່ງຂອງລັດເທັກຊັດໄດ້ແນະນຳໃຫ້ຜູ້ຂັບຂີ່ຫຼີກລ່ຽງເສັ້ນທາງຫຼວງໝາຍເລກ 87 ແລະ 82 ທີ່ຢູ່ໃກ້ກັບໂຮງກັ່ນ. ຫາກການດຳເນີນງານຂອງໂຮງກັ່ນຕ້ອງຢຸດຊະງັກລົງຍ້ອນເຫດການນີ້, ອາດຈະສົ່ງຜົນກະທົບເປັນວົງກວ້າງຕໍ່ລະບົບການສະໜອງນ້ຳມັນເຊື້ອໄຟ (Supply Chain) ໃນພາກພື້ນ.

(ອ້າງອີງຈາກ: Reuters)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 224 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່