ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສຳເລັດການທຳລາຍລະເບີດໃຫຍ່ MK82 ນ້ຳໜັກ 500 ປອນ ບ້ານພິກໃຫຍ່ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫລວງພະບາງ

ໂດຍ Jenjila
· 8 ເດືອນ ກ່ອນອ່ານ 1 ນາທີ53 ຄັ້ງ
ສຳເລັດການທຳລາຍລະເບີດໃຫຍ່ MK82 ນ້ຳໜັກ 500 ປອນ ບ້ານພິກໃຫຍ່ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫລວງພະບາງ
ADadvertisement
ADadvertisement
ADadvertisement
ສຳເລັດການທຳລາຍລະເບີດໃຫຍ່ MK82 ນ້ຳໜັກ 500 ປອນ ບ້ານພິກໃຫຍ່ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫລວງພະບາງ

ວັນທີ 23 ມີນາ 2026 ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫລວງພະບາງ ໄດ້ສຳເລັດການທຳລາຍລະເບີດໃຫຍ່ ຈຳນວນ 1 ໜ່ວຍ ປະເພດ MK82 GPLD ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຣາມ) ຢູ່ບ້ານພິກໃຫຍ່, ນະຄອນຫລວງພະບາງ, ແຂວງ ຫລວງພະບາງ.

ສຳເລັດການທຳລາຍລະເບີດໃຫຍ່ MK82 ນ້ຳໜັກ 500 ປອນ ບ້ານພິກໃຫຍ່ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫລວງພະບາງ · ຮູບທີ 2

ການທຳລາຍລະເບີດຄັ້ງນີ້, ທີມງານໄດ້ນໍາໃຊ້ວິທີການທຳລາຍແບບແຮງຕໍ່າ ໂດຍການຕັດສ່ວນທ້າຍຂອງລະເບີດ ແລະ ຈູດດິນລະເບີດທາງດ້ານໃນໃຫ້ໝົດເພື່ອຮັບປະກັນຄວາມປອດໄພ. ວິທີການດັ່ງກ່າວນີ້ໄດ້ຖືກອອກແບບມາໂດຍສະເພາະ ເພື່ອຫລຸດຜ່ອນຄວາມສ່ຽງຈາກການທຳລາຍລະເບີດແບບແຮງສູງ ເຊິ່ງຮັບປະກັນຄວາມປອດໄພໃຫ້ແກ່ທີມງານ ແລະ ຊຸມຊົນທີ່ຢູ່ອ້ອມຂ້າງ.

ສຳເລັດການທຳລາຍລະເບີດໃຫຍ່ MK82 ນ້ຳໜັກ 500 ປອນ ບ້ານພິກໃຫຍ່ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫລວງພະບາງ · ຮູບທີ 3

ໂຄງການເກັບກູ້ລະເບີດແຫ່ງຊາດ ຈະສືບຕໍ່ເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ເພື່ອສ້າງຄວາມປອດໄພໃຫ້ແກ່ການດໍາລົງຊີວິດ ແລະ ການທຳມາຫາກິນຂອງປະຊາຊົນລາວບັນດາເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ສຳເລັດການທຳລາຍລະເບີດໃຫຍ່ MK82 ນ້ຳໜັກ 500 ປອນ ບ້ານພິກໃຫຍ່ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫລວງພະບາງ · ຮູບທີ 4
ສຳເລັດການທຳລາຍລະເບີດໃຫຍ່ MK82 ນ້ຳໜັກ 500 ປອນ ບ້ານພິກໃຫຍ່ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫລວງພະບາງ · ຮູບທີ 5

ທີ່ມາ: Lao National Unexploded Ordnance Programme

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 53 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່