
ເກີດອຸປະຕິເຫດ ລົດ 6 ລໍ້ປີ້ນ ຢູ່ເສັ້ນທາງບ້ານນ້ຳມອງ ເມືອງນໍ້າບາກ ເສຍຊີວິດ 2 ຄົນ
J
ໂດຍ Jenjila
· 8 ເດືອນ ກ່ອນອ່ານ 1 ນາທີ701 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:00


ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງຫຼວງພະບາງ ລາຍງານວ່າ: ວັນທີ 27 ມີນາ 2026 ເວລາ 08:32 ນາທີ ເກີດອຸປະຕິເຫດ ລົດ 6 ລໍ້ປີ້ນ ຢູ່ເສັ້ນທາງບ້ານນ້ຳມອງ ເມືອງນໍ້າບາກ ແຂວງຫລວງພະບາງ ພົບຜູ້ເສຍຊີວິດ 2 ຄົນ, ເພດຍິງ 1ຄົນ, ສັນຊາດລາວ.

ຕາມການລາຍງານເບື້ອງຕົ້ນ: ລົດຄັນດັ່ງກ່າວເດີນທາງມາຈາກແຂວງອຸດົມໄຊ ເພື່ອໄປແຂວງຫລວງພະບາງ, ໃນລົດມີຄົນເດີນທາງຮ່ວມກັນ 2 ຄົນ (ເປັນຄູ່ຜົວເມຍ) ບ້ານຢູ່ປັດຈຸບັນແມ່ນບ້ານ ພູຊ້າງຄຳ,ນະຄອນຫລວງພະບາງ ແຂວງຫລວງພະບາງ.

ປັດຈຸບັນ, ໜ່ວຍກູ້ໄພໄດ້ຫໍ່ສົບຜູ້ເສຍຊີວິດທັງສອງເພື່ອນຳສົ່ງກັບບ້ານເພື່ອໃຫ້ຍາດພີ່ນ້ອງປະກອບພິທີຕາມສາສະໜາ ຂໍສະແດງຄວາມເສຍໃຈມາຍັງຄອບຄົວຂອງຜູ້ເສຍຊີວິດໃນເຫດການຄັ້ງນີ້ດ້ວຍ.


ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 701 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/7387
ອ່ານຕໍ່







