ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ທອງລຸນ ສີສຸລິດ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມສະພາບ ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄອບຄົວ ທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນໝາກເຫັບຕົກ

ໂດຍ Jenjila
· 8 ເດືອນ ກ່ອນອ່ານ 1 ນາທີ44 ຄັ້ງ
ທ່ານ ທອງລຸນ ສີສຸລິດ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມສະພາບ ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄອບຄົວ ທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນໝາກເຫັບຕົກ
ADadvertisement
ADadvertisement
ADadvertisement
ທ່ານ ທອງລຸນ ສີສຸລິດ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມສະພາບ ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄອບຄົວ ທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນໝາກເຫັບຕົກ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມສະພາບ, ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄອບຄົວ ທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນໝາກເຫັບຕົກ ເມື່ອມໍ່ໆມານີ້ ຢູ່ຫ້ອງການບ້ານວຽງຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ທ່ານ ທອງລຸນ ສີສຸລິດ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມສະພາບ ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄອບຄົວ ທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນໝາກເຫັບຕົກ · ຮູບທີ 2

ໃນວັນທີ 27 ມີນາ 2026, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະ ໄດ້ລົງພື້ນທີ່ຕິດຕາມສະພາບຄວາມເສຍຫາຍ ແລະ ຢ້ຽມຢາມປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍຸໝາກເຫັບ (ໃນວັນທີ 22 ມີນາ) ຢູ່ເຂດເມືອງສີໂຄດຕະບອງ ແລະ ບັນດາຈຸດທີ່ໄດ້ຮັບຜົນເສຍຫາຍໜັກ ໃນນະຄອນຫລວງວຽງຈັນ.

ທ່ານ ທອງລຸນ ສີສຸລິດ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມສະພາບ ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄອບຄົວ ທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນໝາກເຫັບຕົກ · ຮູບທີ 3

ໂອກາດນີ້, ທ່ານປະທານປະເທດ ກໍໄດ້ມີທິດຊີ້ນໍາຕໍ່ຄະນະພັກ-ຄະນະນໍານະຄອນຫລວງວຽງຈັນ ແລະ ໃຫ້ກໍາລັງໃຈປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ມອບເຄື່ອງຊ່ວຍເຫລືອອຸປະໂພກ-ບໍລິໂພກ ແລະ ມອບເງິນຊ່ວຍກອງທຶນ ນະຄອນຫຼວງວຽງຈັນ ຈຳນວນ 3 ຕື້ກີບ ແລະ ມອບໃຫ້ຄອບຄົວທຸກຍາກ-ຂາດເຂີນ ທີ່ໄດ້ຮັບຜົນກະທົບ 53 ຄອບຄົວ ໃນ 18 ບ້ານ.

ທ່ານ ທອງລຸນ ສີສຸລິດ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມສະພາບ ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄອບຄົວ ທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນໝາກເຫັບຕົກ · ຮູບທີ 4

ຫລັງຈາກນັ້ນ, ກໍໄດ້ເຄື່ອນໄຫວຕິດຕາມເບິ່ງອາຄານຖືກຜົນກະທົບຂອງກອງພັນໃຫຍ່ທະຫານຮາບ ທີ 11, ເຮືອນຂອງປະຊາຊົນ, ເຂດຄ້າຍທະຫານອາກາດ ແລະ ໂຮງຮຽນປະຖົມວຽງຄໍາ ເຊິ່ງເປັນຈຸດທີ່ໄດ້ຮັບຜົນເສຍຫາຍຫລາຍສົມຄວນ, ຕິດຕາມຜົນກະທົບຢູ່ບ້ານຈັນສະຫວ່າງ (ຄຸ້ມ194) ຈຸດດັ່ງກ່າວ ສ່ວນຫລາຍແມ່ນເຮືອນຂອງພະນັກງານບໍານານ-ເສຍອົງຄະ ເຊິ່ງໄດ້ຮັບຜົນກະທົບພໍສົມຄວນ ແລະ ບາງເຮືອນກໍໄດ້ຮັບການຊ່ວຍເຫລືອ-ແກ້ໄຂ ແລະ ສ້ອມແປງໃນຂັ້ນພື້ນຖານ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່