ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ - ສາກົນ

ໂດຍ Pele
· 8 ເດືອນ ກ່ອນອ່ານ 1 ນາທີ83 ຄັ້ງ
ເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ - ສາກົນ
ADadvertisement
ADadvertisement
ADadvertisement

ພິທິເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ – ສາກົນ ໄດ້ຈັດຂຶ້ນໃນວັນທີ 27 ມີນາຜ່ານມາທີ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີອະດີດຮອງນາຍົກລັດຖະມົນຕີ; ບັນດາທ່ານລັດຖະມົນຕີ, ເລຂາພັກແຂວງ, ຮອງລັດຖະມົນຕີ, ແຂກຖືກເຊີນ ແລະ ຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ - ສາກົນ

ການເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ-ສາກົນ ຖືເປັນຂີດໝາຍທາງປະຫວັດສາດທີ່ສຳຄັນ ຂອງ ສປປ ລາວ ໃນການກ້າວເຂົ້າສູ່ຕະຫຼາດ ແລະ ອຸດສາຫະກຳຄໍາລະດັບໂລກ, ເປັນບາດກ້າວ ແລະ ຄວາມມຸ່ງໝັ້ນຕໍ່ການປະກອບສ່ວນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃຫ້ນັບມື້ໄດ້ຮັບໝາກຜົນຫຼາຍຂຶ້ນ, ເຮັດໃຫ້ປະເທດລາວມີໂຮງງານກັ່ນຫຼອມຄໍາທີ່ໄດ້ມາດຕະຖານສາກົນ, ທັງເປັນການປະກາດຄວາມພ້ອມທີ່ປະເທດລາວຈະກ້າວຂຶ້ນມີບົດບາດສໍາຄັນໃນຕະຫຼາດຄໍາ ຊຶ່ງຄຳລາວ ຈະກາຍເປັນຫຼັກຊັບຄໍ້າປະກັນຄ່າເງິນກີບສ້າງຄວາມເຊື່ອໝັ້ນໃຫ້ແກ່ລະບົບເສດຖະກິດມະຫາພາກຂອງຊາດໃຫ້ມີຄວາມໝັ້ນຄົງ; ພ້ອມກັນນັ້ນ ໂຮງງານແຫ່ງນີ້ຈະເປັນຕົວແທນໃຫ້ແກ່ອຸດສາຫະກໍາຍຸກໃໝ່ທີ່ເນັ້ນໃສ່ຄວາມທັນສະໄໝແລະ ໄປຕາມທິດທີ່ຍືນຍົງ, ສະນັ້ນ ຈຶ່ງຖືໄດ້ວ່າ ນີ້ຄືຕົວແບບທີ່ຢັ້ງຢືນມາດຕະຖານອຸດສາຫະກໍາຂອງລາວກ້າວໄປສູ່ລະດັບສາກົນແບບສະຫງ່າງາມ.

ເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ - ສາກົນ

ໃນຕອນທ້າຍພິທີ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂັ້ນສູງ ແລະ ປະທານບໍລິສັດ ພີພີແອວ ໂຮນດິ້ງ ຈຳກັດ ໄດ້ພ້ອມກັນຕັດແຖບຜ້າ ເພື່ອເປີດການນຳໃຊ້ໂຮງງານ ຢ່າງເປັນທາງ ແລະ ໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນແກ່ການເປີດໂຮງງານ, ພ້ອມທັງສືບຕໍ່ຢ້ຽມຊົມອາຄານໂຮງງານດັ່ງກ່າວຕື່ມອີກ.

ເປີດໂຮງງານກັ່ນຫຼອມວັດຖຸມີຄ່າລາວ - ສາກົນ

ຂ່າວ ແລະ ພາບ: ກົມປະຊາສຳພັນຫສນຍ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 83 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່