ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເກີດແຜ່ນດິນໄຫວຮຸນແຮງ 7.4 ລິກເຕີ ຢູ່ ອິນໂດເນເຊຍ ເສຍຊີວິດ 1 ຄົນ

ໂດຍ Jenjila
· 8 ເດືອນ ກ່ອນອ່ານ 1 ນາທີ55 ຄັ້ງ
ເກີດແຜ່ນດິນໄຫວຮຸນແຮງ 7.4 ລິກເຕີ ຢູ່ ອິນໂດເນເຊຍ ເສຍຊີວິດ 1 ຄົນ
ADadvertisement
ADadvertisement
ADadvertisement
ເກີດແຜ່ນດິນໄຫວຮຸນແຮງ 7.4 ລິກເຕີ ຢູ່ ອິນໂດເນເຊຍ ເສຍຊີວິດ 1 ຄົນ

ຕອນເຊົ້າຂອງມື້ນີ້(ວັນພະຫັດ 2 ເມສາ 2026) ເວລາປະມານ 06:48 ໂມງ ເກີດເຫດແຜ່ນດິນໄຫວຮຸນແຮງ ຂະໜາດປະມານ 7.4 – 7.6 ລິກເຕີ ໃນເຂດທະເລ ໂມລຸກກະ (Molucca Sea) ປະເທດອິນໂດເນເຊຍ, ແຮງສັ່ນສະເທືອນເຮັດໃຫ້ອາຄານຖະຫລົ່ມ, ຫລາຍພື້ນທີ່ສາມາດຮັບຮູ້ເຖິງແຮງສັ່ນສະ ເທືອນ ແລະ ມີໄຟຟ້າດັບໃນບາງຈຸດ. ເບື້ອງຕົ້ນມີລາຍງານວ່າ ພົບຜູ້ເສຍຊີວິດ 1 ຄົນ ເປັນຍິງສູງໄວ ອາຍຸ 70 ປີ.

ເກີດແຜ່ນດິນໄຫວຮຸນແຮງ 7.4 ລິກເຕີ ຢູ່ ອິນໂດເນເຊຍ ເສຍຊີວິດ 1 ຄົນ · ຮູບທີ 2

ພາຍຫລັງເກີດເຫດ, ສູນເຕືອນໄພສຶນາມິທັງໃນ ອິນໂດເນເຊຍ ແລະ ສາກົນ ໄດ້ປະກາດເຕືອນໄພເປັນວົງກວ້າງ ເຊິ່ງກວມເອົາພື້ນທີ່ແຄມຝັ່ງຂອງອິນໂດເນເຊຍ ລວມເຖິງບາງສ່ວນຂອງ ຟີລິບປິນ ແລະ ມາເລເຊຍ ຍ້ອນມີຄວາມເປັນໄປໄດ້ທີ່ຈະເກີດຄື້ນສູງ.

ເກີດແຜ່ນດິນໄຫວຮຸນແຮງ 7.4 ລິກເຕີ ຢູ່ ອິນໂດເນເຊຍ ເສຍຊີວິດ 1 ຄົນ · ຮູບທີ 3

ແນວໃດກໍຕາມ, ໃນເວລາຕໍ່ມາພົບວ່າ ຄື້ນທີ່ເກີດຂຶ້ນມີຄວາມສູງພຽງເລັກນ້ອຍ ບາງພື້ນທີ່ແທກໄດ້ປະມານ 75 ຊັງຕີແມັດ ແລະ ບໍ່ໄດ້ກໍ່ໃຫ້ເກີດຄວາມເສຍຫາຍຮຸນແຮງເພີ່ມເຕີມ, ຈຶ່ງເຮັດໃຫ້ໜ່ວຍງານທີ່ກ່ຽວຂ້ອງປະກາດ “ຍົກເລີກຄຳເຕືອນສຶນາມິ”.

ເກີດແຜ່ນດິນໄຫວຮຸນແຮງ 7.4 ລິກເຕີ ຢູ່ ອິນໂດເນເຊຍ ເສຍຊີວິດ 1 ຄົນ · ຮູບທີ 4

ທັງນີ້, ທາງການອິນໂດເນເຊຍ ຍັງຕ້ອງເຝົ້າລະວັງເຫດການແຜ່ນດິນໄຫວຕາມມາ (Aftershocks) ທີ່ເກີດຂຶ້ນຢ່າງຕໍ່ເນື່ອງຫລາຍຄັ້ງ, ພ້ອມທັງແນະນຳໃຫ້ປະຊາຊົນບໍ່ໃຫ້ເຂົ້າໄປໃກ້ກັບອາຄານທີ່ເສຍຫາຍ ແລະ ໃຫ້ຕິດຕາມສະຖານະການຢ່າງໃກ້ຊິດ.

ເກີດແຜ່ນດິນໄຫວຮຸນແຮງ 7.4 ລິກເຕີ ຢູ່ ອິນໂດເນເຊຍ ເສຍຊີວິດ 1 ຄົນ · ຮູບທີ 5
ເກີດແຜ່ນດິນໄຫວຮຸນແຮງ 7.4 ລິກເຕີ ຢູ່ ອິນໂດເນເຊຍ ເສຍຊີວິດ 1 ຄົນ · ຮູບທີ 6

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 55 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່