ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມື່ອພີ່ດື້ຊ້າງປ່າແຫ່ງອຸທິຍານແຫ່ງຊາດເຂົາໃຫຍ່ແຂກໂຕນ້ອຍຢາກກິນຕຳບັກຫຸ່ງ… ຄວາມວຸ່ນວາຍທີ່ໜ້າຮັກຈຶ່ງເກີດຂຶ້ນ!

ໂດຍ Jenjila
· 8 ເດືອນ ກ່ອນອ່ານ 2 ນາທີ66 ຄັ້ງ
ເມື່ອພີ່ດື້ຊ້າງປ່າແຫ່ງອຸທິຍານແຫ່ງຊາດເຂົາໃຫຍ່ແຂກໂຕນ້ອຍຢາກກິນຕຳບັກຫຸ່ງ… ຄວາມວຸ່ນວາຍທີ່ໜ້າຮັກຈຶ່ງເກີດຂຶ້ນ!
ADadvertisement
ADadvertisement
ADadvertisement
ເມື່ອພີ່ດື້ຊ້າງປ່າແຫ່ງອຸທິຍານແຫ່ງຊາດເຂົາໃຫຍ່ແຂກໂຕນ້ອຍຢາກກິນຕຳບັກຫຸ່ງ… ຄວາມວຸ່ນວາຍທີ່ໜ້າຮັກຈຶ່ງເກີດຂຶ້ນ!

ສໍານັກຂ່າວ khaosod ຂອງໄທ ລາຍງານວ່າ: ວັນທີ 3 ເມສາ 2026 ໄດ້ຮັບແຈ້ງຈາກ ນາງ ພັນຊະຣະ ວັດທະນະເສຖຽນ ຫລື ເຕ້ ນາຍົກສະມາຄົມທ່ອງທ່ຽວ ເຂົາໃຫຍ່ ເຈົ້າຂອງຮ້ານອາຫານຊື່ດັງ ລາງວັນມິດຊະລິນ (Michelin Guide) ຕັ້ງຢູ່ບໍລິເວນຖະໜົນທະນະຣັດ ກິໂລແມັດທີ 22 ຕຳບົນໝູສີ ອຳເຟີປາກຊ່ອງ ຈັງຫວັດນະຄອນລາຊະສີມາ ປະເທດໄທ ວ່າ: ຈາກການກວດສອບກ້ອງວົງຈອນປິດ ພົບວ່າ “ພາຍບຽງເລັກ” ຊ້າງປ່າເຂົາໃຫຍ່ ໄດ້ບຸກເຂົ້າມາພາຍໃນຮ້ານ ແລະ ຮື້ຄົ້ນສິ່ງຂອງຈົນກະແຈກກະຈາຍ ເພື່ອຊອກຫາອາຫານກິນ ເຊິ່ງເຫດການນີ້ຖືເປັນຄັ້ງທີ 3 ທີ່ສ້າງຄວາມເສຍຫາຍໃຫ້ແກ່ຜູ້ປະກອບການ.

ເມື່ອພີ່ດື້ຊ້າງປ່າແຫ່ງອຸທິຍານແຫ່ງຊາດເຂົາໃຫຍ່ແຂກໂຕນ້ອຍຢາກກິນຕຳບັກຫຸ່ງ… ຄວາມວຸ່ນວາຍທີ່ໜ້າຮັກຈຶ່ງເກີດຂຶ້ນ! · ຮູບທີ 2

ທ່ານ ວິທະຍາ ສະກົນຈະເລີນເວດ ເລຂານຸການສະມາຄົມທ່ອງທ່ຽວເຂົາໃຫຍ່ ເປີດເຜີຍວ່າ: ໃນໄລຍະນີ້ມີຊ້າງປ່າເຂົາໃຫຍ່ປະມານ 10 ຕົວ ອອກມາຫາກິນຢູ່ນອກເຂດອຸທິຍານ. ສຳລັບ “ພາຍບ່ຽງເລັກ” ມີລັກສະນະເປັນຊ້າງໂທນ (ຢູ່ໂຕດຽວ) ມັກອອກຫາກິນຕາມຊຸມຊົນ ແລະ ວັດວາອາຮາມ ແຕ່ທີ່ຜ່ານມາຍັງບໍ່ທັນພົບພຶດຕິກຳດຸຮ້າຍ ຫລື ທຳຮ້າຍຮ່າງກາຍຄົນແຕ່ຢ່າງໃດ.

ເມື່ອພີ່ດື້ຊ້າງປ່າແຫ່ງອຸທິຍານແຫ່ງຊາດເຂົາໃຫຍ່ແຂກໂຕນ້ອຍຢາກກິນຕຳບັກຫຸ່ງ… ຄວາມວຸ່ນວາຍທີ່ໜ້າຮັກຈຶ່ງເກີດຂຶ້ນ! · ຮູບທີ 3

ທ່ານ ວັດຊະຣາກອນ ນາມສີຖານ, ນາຍົກສະມາຄົມອະນຸລັກທຳມະຊາດ ແລະ ສິ່ງແວດລ້ອມເຂົາໃຫຍ່ ເປີດເຜີຍວ່າ: ຊ້າງປ່າ ທີ່ອາໄສໃນປ່າ ອຸທິຍານ ເຂົາໃຫຍ່ ຄາດວ່າມີປະມານ 300-400 ໂຕ ແລະ ອອກຫາກິນຕາມແນວຂົງເຂດອຸທິຍານ ປະມານ 150 ໂຕ ແລະ ຍັງມີບາງໂຕບໍ່ຍອມກັບເຂົ້າເຂດອຸທິຍານ.

ເມື່ອພີ່ດື້ຊ້າງປ່າແຫ່ງອຸທິຍານແຫ່ງຊາດເຂົາໃຫຍ່ແຂກໂຕນ້ອຍຢາກກິນຕຳບັກຫຸ່ງ… ຄວາມວຸ່ນວາຍທີ່ໜ້າຮັກຈຶ່ງເກີດຂຶ້ນ! · ຮູບທີ 4

ປັດຈຸບັນ ສັດປ່າໄດ້ “ປ່ຽນແປງພຶດຕິກຳການຫາກິນ” ໂດຍຫັນມາຫາກິນໃກ້ຊຸມຊົນຫຼາຍຂຶ້ນ ຍ້ອນມີແຮງດຶງດູດຈາກກິ່ນອາຫານ ປະກອບກັບແຫຼ່ງອາຫານ ແລະ ແຫຼ່ງນ້ຳໃນປ່າທຳມະຊາດຫຼຸດໜ້ອຍຖອຍລົງຢ່າງມາກ ໃນຊ່ວງລະດູແລ້ງ.ຫຼາຍພາກສ່ວນໄດ້ຮ່ວມປະຊຸມເພື່ອຫາທາງອອກຢ່າງຍືນຍົງ, ໂດຍສະເພາະແມ່ນການສະເໜີໃຫ້ກົມອຸທິຍານແຫ່ງຊາດ ເລັ່ງສ້າງແຫຼ່ງອາຫານ ແລະ ແຫຼ່ງນ້ຳໃນພື້ນທີ່ປ່າໃຫ້ພຽງພໍ ເພື່ອດຶງດູດສັດປ່າບໍ່ໃຫ້ອອກມາສ້າງຄວາມເດືອດຮ້ອນໃຫ້ແກ່ຊຸມຊົນ ແລະ ຜູ້ປະກອບການໃນເຂດອ້ອມຂ້າງ.ພາບ: TOP News

ທີ່ມາ: Khaosod

ພາບຈາກ: TOP News

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 66 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່