ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

M moneyX ຮ່ວມມືກັບ Visa ເພື່ອເປີດທົດລອງບັດ VISA Prepaid Card ແລະ ພັດທະນາ Visa Pay ເພື່ອການຊຳລະເງິນດິຈິຕອນໃນລາວ ເເລະ ສາກົນ

ໂດຍ Pele
· 8 ເດືອນ ກ່ອນອ່ານ 1 ນາທີ58 ຄັ້ງ
M moneyX ຮ່ວມມືກັບ Visa ເພື່ອເປີດທົດລອງບັດ VISA Prepaid Card ແລະ ພັດທະນາ Visa Pay ເພື່ອການຊຳລະເງິນດິຈິຕອນໃນລາວ ເເລະ ສາກົນ
ADadvertisement
ADadvertisement
ADadvertisement

ນະຄອນຫຼວງວຽງຈັນ, ວັນທີ 2 ເມສາ 2026. ໃຫ້ກຽດຮ່ວມພິທີເປີດງານໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ຂອງກຸ່ມບໍລິສັດ ລາວ ໂທລະຄົມ ເເລະ ທ່ານ ມະໂນລິດ ຊຸມພົນພັກດີ ຫົວໜ້າກົມຄຸ້ມຄອງລະບົບການຊຳລະ ທະນາຄານແຫ່ງ ສປປ ລາວ, ທ່ານ ອາລຸນນະເດດ ບານຈິດ ຜູ້ອໍານວຍການ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ, ທ່ານນາງ ດັງຕຽດຢຸງ ຈາກ VISA Country Manager ຂອງຫວຽດນາມ ແລະ ລາວ, ທ່ານ ສາຄອນ ຍໍພັນໄຊ ຜູ້ອຳນວຍການ ທະນາຄານ ຮ່ວມພັດທະນາ ມະຫາຊົນ ພ້ອມດ້ວຍຄະນະຜູ້ບໍລິຫານ ໃນເຄືອກຸ່ມບໍລິສັດລາວໂທລະຄົມ ເເລະ ຄູ່ຮ່ວມທຸລະກິດ.

M moneyX ຮ່ວມມືກັບ Visa ເພື່ອເປີດທົດລອງບັດ VISA Prepaid Card ແລະ ພັດທະນາ Visa Pay ເພື່ອການຊຳລະເງິນດິຈິຕອນໃນລາວ ເເລະ ສາກົນ

ບໍລິສັດ Lao Mobile Money Sole Co., Ltd. (“M moneyX”) ເປັນຜູ້ໃຫ້ບໍລິການ e-wallet ຊັ້ນນຳໃນ ສປປ ລາວ ໄດ້ປະກາດເປີດຕົວ ເປີດການທົດລອງນໍາໃຊ້ບັດ M moneyX Visa Prepaid Card ພ້ອມກັບ ພັດທະນາ Visa Pay ເຂົ້າໃນແອັບ ໂດຍຮ່ວມມືກັບ Visa ຜູ້ນຳດ້ານການຊຳລະເງິນດິຈິຕອນລະດັບໂລກ. ໂດຍມີ ທະນາຄານ ຮ່ວມພັດທະນາລາວ ມະຫາຊົນ ເປັນ sponsoring bank

M moneyX ຮ່ວມມືກັບ Visa ເພື່ອເປີດທົດລອງບັດ VISA Prepaid Card ແລະ ພັດທະນາ Visa Pay ເພື່ອການຊຳລະເງິນດິຈິຕອນໃນລາວ ເເລະ ສາກົນ · ຮູບທີ 2

ຄວາມຮ່ວມມືນີ້ມີເປົ້າໝາຍເພື່ອເລັ່ງການນຳໃຊ້ການຊຳລະເງິນດິຈິຕອນ ແລະ ສະໜັບສະໜູນການປ່ຽນຜ່ານຂອງລາວ ໄປສູ່ສັງຄົມບໍ່ໃຊ້ເງິນສົດ

M moneyX Visa Prepaid Card ແມ່ນວິທີການຊຳລະເງິນດິຈິຕອນແບບຄົບວົງຈອນ ຜູ້ໃຊ້ສາມາດສ້າງ ແລະ ໃຊ້ບັດໄດ້ທັນທີໃນແອັບ ໂດຍບໍ່ຈຳເປັນຕ້ອງມີບັດຈິງ ແລະ ສາມາດໃຊ້ງານໄດ້ທົ່ວໂລກ ນອກຈາກນີ້ ກໍ່ຍັງໄດ້ສຶກສາຄວາມເປັນໄປໄດ້ໃນການພັດທະນາ Visa Pay ເຮັດໃຫ້ການຊຳລະເງິນ ວ່ອງໄວ ເເລະ ສະດວກຫລາຍ ຂຶ້ນ ເຊັ່ນ:

– ສະແກນ QR ເພື່ອຈ່າຍ

– ແຕະເພື່ອຈ່າຍ

– ຈ່າຍອອນລາຍ

ການເປີດຕົວນີ້ຊ່ວຍໃຫ້ປະຊາຊົນລາວເຂົ້າເຖິງບໍລິການການເງິນລະດັບໂລກ ແລະ ຫຼຸດການໃຊ້ເງິນສົດ

M moneyX ມຸ່ງໝັ້ນພັດທະນາລະບົບການເງິນດິຈິຕອນທີ່ປອດໄພ ແລະ ທັນສະໄໝ ສຳລັບທຸກຄົນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 58 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່