ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຫາລືວາງແຜນໂຄສະນາປ້ອງກັນ ແລະ ລຶບລ້າງ ການນໍາໃຊ້ແຮງງານເດັກຢູ່ລາວ

ໂດຍ Jenjilaອັບເດດ
· 7 ເດືອນ ກ່ອນອ່ານ 2 ນາທີ210 ຄັ້ງ
ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຫາລືວາງແຜນໂຄສະນາປ້ອງກັນ ແລະ ລຶບລ້າງ ການນໍາໃຊ້ແຮງງານເດັກຢູ່ລາວ
ADadvertisement
ADadvertisement
ADadvertisement
ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຫາລືວາງແຜນໂຄສະນາປ້ອງກັນ ແລະ ລຶບລ້າງ ການນໍາໃຊ້ແຮງງານເດັກຢູ່ລາວ

ຂປລ. ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບເຄື່ອງມື ແລະ ວາງແຜນໂຄສະນາເຜີຍແຜ່ ການປ້ອງກັນ ແລະ ລຶບລ້າງການນໍາໃຊ້ແຮງງານເດັກ ຢູ່ ສປປ ລາວ ໃນວັນທີ 7 ເມສາ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳເພັດ ອ່ອນລາສີ ຮອງຫົວໜ້າກົມຄຸ້ມຄອງແຮງງານ ແລະ ທ່ານ ວຽງປະສິດ ທິບພະສຸດາ ຜູ້ປະສານງານອົງການແຮງງານສາກົນ (ILO) ປະຈຳ ສປປ ລາວ, ມີຮອງຫົວໜ້າກົມ ປົກປ້ອງແຮງງານ ສູນກາງສະຫະພັນກໍາມະບານລາວ, ຮອງເລຂາທິການສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າ ຈາກສະຖານທູດການາດາ ປະຈໍາ ລາວ ແລະ ຜູ້ຕາງໜ້າຄູ່ຮ່ວມງານຈາກຂະແໜງການທີ່ກ່ຽວຂ້ອງ ອ້ອມຂ້າງສູນກາງ ເຂົ້າຮ່ວມ.

ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຫາລືວາງແຜນໂຄສະນາປ້ອງກັນ ແລະ ລຶບລ້າງ ການນໍາໃຊ້ແຮງງານເດັກຢູ່ລາວ · ຮູບທີ 2

ທ່ານ ຄຳເພັດ ອ່ອນລາສີ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລືຄວາມຄືບໜ້າຂອງການສ້າງເຄື່ອງມືໂຄສະນາ ກ່ຽວກັບການປ້ອງກັນ ແລະ ລຶບລ້າງການນໍາໃຊ້ແຮງງານເດັກ ຢູ່ ສປປ ລາວ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ແລະ ເພື່ອຄວາມເປັນເອກະພາບກ່ຽວກັບວິທີນໍາໃຊ້ ໃຫ້ສອດຄ່ອງກັບແຜນກິດຈະກໍາການໂຄສະນາເຜີຍແຜ່ ໂດຍເນື້ອໃນຂອງບັນດາເຄື່ອງມືດັ່ງກ່າວ ແມ່ນຜັນຂະຫຍາຍມາຈາກບັນດານິຕິກຳ, ລະບຽບການ, ກົດໝາຍ ແລະ ສົນທິສັນຍາອົງການແຮງງານສາກົນ ເລກທີ 138 ວ່າດ້ວຍອາຍຸຕ່ຳສຸດຂອງການເຮັດວຽກ ແລະ ເລກທີ 182 ວ່າດ້ວຍແຮງງານເດັກທີ່ຮ້າຍແຮງທີ່ສຸດ ທີ່ ສປປ ລາວ ໃຫ້ສັດຕະຍາບັນ.

ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຫາລືວາງແຜນໂຄສະນາປ້ອງກັນ ແລະ ລຶບລ້າງ ການນໍາໃຊ້ແຮງງານເດັກຢູ່ລາວ · ຮູບທີ 3

ໃນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ເອົາໃຈໃສ່ໃນການຮັບຟັງ, ປະກອບຄໍາຄິດຄໍາເຫັນ, ແລກປ່ຽນບົດຮຽນ ແລະ ປະສົບປະການ ເພື່ອເຮັດໃຫ້ເຄື່ອງມືສໍາລັບ ການໂຄສະນາເຜີຍແຜ່ ກ່ຽວກັບການປ້ອງກັນ ແລະ ລຶບລ້າງການ ນໍາໃຊ້ແຮງງານເດັກ ຢູ່ ສປປ ລາວ ຂອງໂຄງການ ລຶບລ້າງການຈໍາແນກຢູ່ສະຖານທີ່ເຮັດວຽກ, ການລ່ວງລະເມີດ ແລະ ການນໍາໃຊ້ແຮງງານເດັກ ຢູ່ ສປປ ລາວ ເພື່ອສະໜັບສະໜູນການຄ້າ ແລະ ການປະຕິບັດລະບຽບການ ເຊັ່ນ: ໂປສເຕີ, ແຜ່ນພັບ, ວິດີໂອ ກ່ຽວກັບແຮງງານເດັກ, ບົດໂຄສະນາສັ້ນທາງວິທະຍຸ ແລະ ອື່ນໆ ໃຫ້ສໍາເລັດໂດຍພື້ນຖານ.

ຂ່າວ-ພາບ: ທະນູທອງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 210 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່