ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເນທັນຍາຮູປະກາດກ້າວທຳລາຍແຫຼ່ງກາ໋ສ South Pars ຫົວໃຈສຳຄັນພະລັງງານໂລກໃນອີຣ່ານແລ້ວ

ໂດຍ kaling
· 7 ເດືອນ ກ່ອນອ່ານ 2 ນາທີ60 ຄັ້ງ
ເນທັນຍາຮູປະກາດກ້າວທຳລາຍແຫຼ່ງກາ໋ສ South Pars ຫົວໃຈສຳຄັນພະລັງງານໂລກໃນອີຣ່ານແລ້ວ
ADadvertisement
ADadvertisement
ADadvertisement

ສະຖານການຄວາມເຄັ່ງຕຶງໃນຕາເວັນອອກກາງປະທຸໜັກ ຫຼັງ ເບນຈາມິນ ເນທັນຍາຮູ ນາຍົກລັດຖະມົນຕີອິດສະຣາເອນ ແຖລງຢືນຢັນວ່າ ອິດສະຣາເອນໄດ້ໂຈມຕີທຳລາຍໂຄງສ້າງສຳຄັນຂອງແຫຼ່ງກາ໋ສຍັກ “ເຊົາ ພາ” ຂອງອີຣ່ານແລ້ວ

ເນທັນຍາຮູລະບຸໃນຄລິບວິດີໂອວ່າ ປະຕິບັດການດັ່ງກ່າວແມ່ນສ່ວນໜຶ່ງຂອງແຜນໂຈມຕີຢ່າງເປັນລະບົບ ເພື່ອທຳລາຍ ເຄື່ອງຈັກສ້າງລາຍຮັບ ຂອງກອງກຳລັງພິທັກຮັກສາການປະຕິວັດອິດສະລາມ (Revolutionary Guard) ໂດຍກ່າວວ່າ ອິດສະຣາເອນກຳລັງທຳລາຍໂຮງງານ ກຳຈັດເຄືອຂ່າຍ ແລະ ເດີນໜ້າຈັດການບຸກຄົນລະດັບສູງຢ່າງຕໍ່ເນື່ອງ

ດ້ານ ອິດສະຣາເອນ ແຄັດຊ໌ ລັດຖະມົນຕີກາລາໂຫມອິດສະຣາເອນ ເປີດເຜີຍວ່າ ການໂຈມຕີເກີດຂຶ້ນທີ່ໂຮງງານປີໂຕຣເຄມີ South Pars (ເຊົາ ພາ) ໃນເມືອງ Assaluyeh ຊຶ່ງເປັນສູນກາງການຜະລິດປີໂຕຣເຄມີທີ່ໃຫຍ່ທີ່ສຸດຂອງອີຣ່ານ

ລາວລະບຸວ່າ ເປົ້າໝາຍດັ່ງກ່າວມີຄວາມສຳຄັນຍ່ິງ ເນື່ອງຈາກຜະລິດປີໂຕຣເຄມີຄິດເປັນປະມານ 50% ຂອງທົ່ວປະເທດ ແລະ ຖືເປັນໜຶ່ງໃນເສົາຫຼັກທາງເສດຖະກິດຂອງອີຣ່ານ

ກ່ອນໜ້ານີ້ ການໂຈມຕີພື້ນທີ່ South Pars ໃນເດືອນມີນາ ໄດ້ຈູດຊົນວົນໃຫ້ອີຣ່ານ ເປີດການໂຕ້ຕອບດ້ວຍການໂຈມຕີໂຄງສ້າງພື້ນຖານດ້ານນ້ຳມັນ ແລະ ກາ໋ສໃນກຸ່ມປະເທດອ່າວອາຣັບ ສ້າງຄວາມກັງວົນຕໍ່ສະຖຽນລະພາບພະລັງງານໂລກ

ດ້ານໂຄສົກກອງທັບອິດສະຣາເອນ ນາດາຟ ໂຊຊານີ ລະບຸພຽງວ່າ ອີຣ່ານຈະບໍ່ມີຄວາມຄຸ້ມກັນໃດໆ ທ່າມກາງການເຈລະຈາທີ່ກຳລັງດຳເນີນຢູ່

ຂະນະດຽວກັນ ສະຫະລັດອາເມລິກາ ຍັງບໍ່ທັນໄດ້ອອກມາສະແດງທ່າທີຕໍ່ການໂຈມຕີດັ່ງກ່າວໃນທັນທີ ເຖິງແມ່ນຈະມີລາຍງານວ່າ ອິດສະຣາເອນ ແລະ ສະຫະລັດໄດ້ຮ່ວມກັນເປີດການໂຈມຕີອີຣ່ານໃນວັນດຽວກັນ ສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 25 ຄົນ

ມີລາຍງານວ່າ ຫຼັງການໂຈມຕີ ອີຣ່ານໂຕ້ຕອບດ້ວຍການຍິງຂີປະນາວຸດໃສ່ອິດສະຣາເອນ ແລະ ປະເທດເພື່ອນບ້ານໃນອ່າວອາຣັບ ສົ່ງສັນຍານຄວາມຂັດແຍ່ງທີ່ມີທ່າອ່ຽງລາມໄໝ່ໃນວົງກວ້າງ.

ຂ່າວຈາກ:

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 60 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່