ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

WHO ລະດົມທຶນ ສະໜັບສະໜູນລະບົບສາທາລະນະສຸກໃນ 5 ປະເທດຕາເວັນອອກກາງ

ໂດຍ kaling
· 7 ເດືອນ ກ່ອນອ່ານ 1 ນາທີ77 ຄັ້ງ
WHO ລະດົມທຶນ ສະໜັບສະໜູນລະບົບສາທາລະນະສຸກໃນ 5 ປະເທດຕາເວັນອອກກາງ
ADadvertisement
ADadvertisement
ADadvertisement

ຂ່າວຕ່າງປະເທດລາຍງານໃນວັນທີ 4 ເມສາ ຜ່ານມາວ່າ: ທ່ານ ເທດຣອສ ອັດຮາໂນມ ເກເບຣເຢຊຸສ ຜູ້ອໍານວຍການໃຫຍ່ຂອງອົງການອະນາໄມໂລກ (WHO) ໄດ້ລະບຸຜ່ານສື່ສັງຄົມອອນລາຍວ່າ: ລະບົບສາທາລະນະສຸກຂອງ 5 ປະເທດທີ່ໄດ້ຮັບຜົນກະທົບຈາກຂໍ້ຂັດແຍ່ງໃນຕາເວັນອອກກາງຄື: ລີບັງ, ອີຣານ, ອີຣັກ, ຊີຣີ ແລະ ຊອກດານີ ຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຢ່າງຮີບດ່ວນ.

ທ່ານ ເທດຣອສ ກ່າວວ່າ: ລະບົບສາທາລະນະສຸກໃນປະເທດທີ່ໄດ້ຮັບຜົນກະທົບເຫຼົ່ານີ້ “ກຳລັງປະເຊີນກັບຄວາມກົດດັນຢ່າງຮ້າຍແຮງ” ຫຼັງຈາກສະຖານະການເພີ່ມທະວີຄວາມຮຸນແຮງຂຶ້ນໃນອາທິດທີ່ຜ່ານມາ. ທ່ານກ່າວຕື່ມວ່າ: WHO ໄດ້ປະກາດການລະດົມທຶນຢ່າງຮີບດ່ວນຈຳນວນ 30.3 ລ້ານໂດ ເພື່ອສະໜັບສະໜູນການຕອບສະໜອງດ້ານສຸຂະພາບທ່າມກາງຂໍ້ຂັດແຍ່ງທີ່ເພີ່ມຂຶ້ນໃນຕາເວັນອອກກາງ, ໂດຍສຸມໃສ່ 5 ປະເທດທີ່ໄດ້ກ່າວມາຂ້າງເທິງ.

ການລະດົມທຶນນີ້ ຊຶ່ງກວມເອົາໄລຍະເວລາຕັ້ງແຕ່ເດືອນມີນາ ຫາ ສິງຫາ 2026, ມີເປົ້າໝາຍເພື່ອຮັກສາການບໍລິການດ້ານສຸຂະພາບທີ່ຈຳເປັນ ແລະ ການດູແລຄົນເຈັບທີ່ມີອາການສາຫັດ, ເສີມສ້າງລະບົບການເຝົ້າລະວັງພະຍາດ ແລະ ລະບົບເຕືອນໄພລ່ວງໜ້າ ແລະ ປັບປຸງການດູແລຜູ້ບາດເຈັບຈຳນວນຫຼວງຫຼາຍ. ລວມທັງການເສີມສ້າງຄວາມພ້ອມສຳລັບເຫດສຸກເສີນທາງເຄມີ, ຊີວະພາບ, ລັງສີ ແລະ ນິວເຄລຍ ໃນລະດັບປະເທດ.

ທັງນີ້, WHO ລະບຸວ່າ: ມາຮອດວັນທີ 31 ມີນາ, ການຕໍ່ສູ້ທີ່ຍັງດຳເນີນຢູ່ໃນຕາເວັນອອກກາງໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 4 ລ້ານຄົນຕ້ອງອົບພະຍົບ, ມີຜູ້ເສຍຊີວິດຫຼາຍກວ່າ 3,300 ຄົນ ແລະ ບາດເຈັບ 30,000 ຄົນ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 77 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່