ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ ສ້າງຄວາມກົນດັນຕໍ່ອຸດສາຫະກຳທ່ອງທ່ຽວມາເລເຊຍ

ໂດຍ Pele
· 7 ເດືອນ ກ່ອນອ່ານ 1 ນາທີ53 ຄັ້ງ
ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ ສ້າງຄວາມກົນດັນຕໍ່ອຸດສາຫະກຳທ່ອງທ່ຽວມາເລເຊຍ
ADadvertisement
ADadvertisement
ADadvertisement

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ສຣີ ເຄເນສ ມິເຊວ ປະທານສະຫະພັນທ່ອງທ່ຽວມາເລເຊຍ ໄດ້ເປີດເຜີຍວ່າ: ຂະແໜງການທ່ອງທ່ຽວຂອງມາເລເຊຍກຳລັງປະເຊີນກັບແຮງກົດດັນດ້ານຄ່າໃຊ້ຈ່າຍໃນການດຳເນີນງານທີ່ເພີ່ມຂຶ້ນຍ້ອນລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ຊຶ່ງເປັນຜົນສະທ້ອນຂອງຄວາມເຄັ່ງຕຶງໃນຕາເວັນອອກກາງ. ໂດຍສ້າງຜົນກະທົບທີ່ແຜ່ລາມໄປທົ່ວອຸດສາຫະກຳ.

ບົດລາຍງານຊີ້ໃຫ້ເຫັນວ່າ: ການເຈລະຈາກ່ຽວກັບແພັກເກດການທ່ອງທ່ຽວມັກຈະເຮັດລ່ວງໜ້າຫຼາຍເດືອນພາຍໃຕ້ສັນຍາທີ່ມີຜົນບັງຄັບໃຊ້ກັບຄູ່ຮ່ວມງານຕ່າງປະເທດ, ເຮັດໃຫ້ບໍລິສັດທ່ອງທ່ຽວບໍ່ສາມາດປັບລາຄາໄດ້ເມື່ອຄ່າໃຊ້ຈ່າຍເພີ່ມຂຶ້ນຢ່າງບໍ່ຄາດຄິດ. ບໍລິສັດຫຼາຍແຫ່ງອາໄສການບໍລິການລົດເມ, ເຮືອ ແລະ ເຮືອຂ້າມຟາກ ຊຶ່ງປະເຊີນກັບບັນຫາຄ່າໃຊ້ຈ່າຍນໍ້າມັນເຊື້ອໄຟສູງເຊັ່ນກັນ, ສ້າງຜົນກະທົບແຜ່ລາມທົ່ວລະບົບຕ່ອງໂສ້ມູນຄ່າການທ່ອງທ່ຽວ.

ສະຫະພັນດັ່ງກ່າວໄດ້ຮຽກຮ້ອງໃຫ້ລັດຖະບານມາເລເຊຍຈັດຕັ້ງປະຕິບັດມາດຕະການຮີບດ່ວນ ເຊັ່ນ: ເງິນອຸດໜູນນໍ້າມັນເຊື້ອໄຟສຳລັບຜູ້ໃຫ້ບໍລິການຂົນສົ່ງ, ກົນໄກການຫຼຸດຜ່ອນຄ່າໃຊ້ຈ່າຍຊົ່ວຄາວສຳລັບບໍລິສັດທ່ອງທ່ຽວ ແລະນະໂຍບາຍສະຖຽນລະພາບໄລຍະສັ້ນ. ພ້ອມທັງເຕືອນອີກວ່າ: ຫາກບໍ່ມີການກະທຳໃດໆ ອາດຈະທຳລາຍຂີດຄວາມສາມາດໃນການແຂ່ງຂັນດ້ານການການທ່ອງທ່ຽວຂອງມາເລເຊຍ, ສົ່ງຜົນກະທົບຕໍ່ລະບົບນິເວດທາງທຸລະກິດ ແລະ ຫຼຸດຜ່ອນຄວາມເຊື່ອໝັ້ນຂອງສາກົນ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 53 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່