ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

"ເນທັນຍາຮູ" ຮັບຮອງດີລຢຸດຍິງສະຫະລັດ-ອີຣ່ານ ແຕ່ບໍ່ລວມເຖິງ "ເລບານອນ"

ໂດຍ kaling
· 7 ເດືອນ ກ່ອນອ່ານ 2 ນາທີ85 ຄັ້ງ
"ເນທັນຍາຮູ" ຮັບຮອງດີລຢຸດຍິງສະຫະລັດ-ອີຣ່ານ ແຕ່ບໍ່ລວມເຖິງ "ເລບານອນ"
ADadvertisement
ADadvertisement
ADadvertisement

ເບນຈາມິນ ເນທັນຍາຮູ ນາຍົກລັດຖະມົນຕີອິດສະລາເອນ ຮັບຮອງການຕັດສິນໃຈຂອງ “ໂດນັລ ທຣຳ” ໃນການລະງັບການໂຈມຕີອີຣ່ານຊົ່ວຄາວ ເພື່ອເປີດທາງການເຈລະຈາທີ່ປາກິດສະຖານ ແຕ່ຍືນກຽນວ່າການປະຕິບັດການທາງທະຫານໃນເລບານອນຈະດຳເນີນຕໍ່ໄປ ສວນທາງກັບຄຳປະກາດຂອງປາກິດສະຖານທີ່ລະບຸວ່າການຢຸດຍິງຄອບຄຸມທຸກພື້ນທີ່

ຫ້ອງການນາຍົກລັດຖະມົນຕີເບນຈາມິນ ເນທັນຍາຮູ ແຫ່ງອິດສະລາເອນ ອອກແຖລງການຜ່ານແພລດຟອມ X ລະບຸວ່າ ອິດສະລາເອນໃຫ້ການສະໜັບສະໜູນການຕັດສິນໃຈຂອງປະທານາທິບໍດີໂດນັລ ທຣຳ ແຫ່ງສະຫະລັດ ໃນການລະງັບການໂຈມຕີອີຣ່ານເປັນເວລາ 2 ອາທິດ ພາຍໃຕ້ເງື່ອນໄຂວ່າ ອີຣ່ານຕ້ອງເປີດຊ່ອງແຄບທັນທີ ແລະ ຢຸດການໂຈມຕີຕໍ່ສະຫະລັດ ອິດສະລາເອນ ລວມເຖິງປະເທດພັນທະມິດໃນພາກພື້ນ

ເນທັນຍາຮູ ຢ້ຳວ່າ ອິດສະລາເອນເຫັນດີນຳຄວາມພະຍາຍາມຂອງສະຫະລັດທີ່ຕ້ອງການໃຫ້ໝັ້ນໃຈວ່າ “ອີຣ່ານຈະບໍ່ເປັນໄພຂົ່ມຂູ່ດ້ານນິວເຄລຍ ຂີບຂະໜາດ ແລະ ການກໍ່ການຮ້າຍຕໍ່ອາເມລິກາ ອິດສະລາເອນ ປະເທດເພື່ອນບ້ານອາຣັບ ແລະ ໂລກອີກຕໍ່ໄປ” ໂດຍລະບຸວ່າລັດຖະບານສະຫະລັດໄດ້ຢືນຢັນກັບອິດສະລາເອນວ່າ ຈະບັນລຸເປົ້າໝາຍເຫຼົ່ານີ້ໃນການເຈລະຈາທີ່ຈະເກີດຂຶ້ນ ທີ່ນະຄອນຫຼວງອິດສະລາມາບັດ ປາກິດສະຖານ ໃນວັນສຸກນີ້

ຢ່າງໃດກໍຕາມ ປະເດັນສຳຄັນທີ່ສ້າງຄວາມສັບສົນຄືຂອບເຂດຂອງການພັກລົບໃນຄັ້ງນີ້ ໂດຍແຖລງການຂອງຜູ້ນຳອິດສະລາເອນລະບຸຢ່າງຊັດເຈນວ່າ “ການຢຸດຍິງເປັນເວລາ 2 ອາທິດນີ້ ບໍ່ລວມເຖິງເລບານອນ”

ທ່າທີດັ່ງກ່າວຂັດແຍ້ງໂດຍສິ້ນເຊີງກັບຄຳແຖລງຂອງ ນາຍົກລັດຖະມົນຕີ ເຊັ໊ດສ໌ບາ ຊາຣີຟ ແຫ່ງປາກິດສະຖານ ໃນຖານະຕົວກາງການເຈລະຈາ ທີ່ປະກາດກ່ອນໜ້ານີ້ວ່າ ສະຫະລັດ ອີຣ່ານ ແລະ ພັນທະມິດ “ໄດ້ຕົກລົງທີ່ຈະຢຸດຍິງທັນທີໃນທຸກແຫ່ງ ລວມເຖິງເລບານອນ ແລະ ທີ່ອື່ນໆ” ໂດຍໃຫ້ມີຜົນບັງຄັບໃຊ້ທັນທີ

ສະຖານະການໃນເລບານອນຍັງຄົງວິກິດ ຫຼັງຈາກອິດສະລາເອນເປີດສ່ຽງໂຈມຕີຢ່າງໜັກ ເພື່ອຕອບໂຕ້ກຸ່ມຮິດສະບໍລ່າຮທີ່ລະດົມຍິງຈະຫລວດເຂົ້າສູ່ອິດສະລາເອນຕອນເໜືອ ຫຼັງເຫດການລອບສັງຫານອະດີດຜູ້ນຳສູງສຸດຂອງອີຣ່ານ ອາລີ ຄາເມເນອີ ໂດຍການປະຕິບັດການຮ່ວມລະຫວ່າງສະຫະລັດ ແລະ ອິດສະລາເອນ ຂໍ້ມູນຈາກທາງການເລບານອນລະບຸວ່າ ສົງຄາມໃນຄັ້ງນີ້ສ່ົງຜົນໃຫ້ມີຜູ້ເສຍຊີວິດແລ້ວກວ່າ 1,400 ຄົນ ໃນຈຳນວນນີ້ເປັນເດັກເຖິງ 126 ຄົນ ແລະ ມີປະຊາຊົນຕ້ອງກາຍເປັນຜູ້ອົບພະຍົບຫຼາຍກວ່າ 1 ລ້ານຄົນ

ການທີ່ອິດສະລາເອນຍົກເວັ້ນເລບານອນຈາກການຢຸດຍິງໃນຄັ້ງນີ້ ສະທ້ອນໃຫ້ເຫັນວ່າຄວາມເຄັ່ງຕຶງໃນພາກພື້ນອາດຍັງບໍ່ສິ້ນສຸດລົງໄດ້ງ່າຍ ເຖິງແມ່ນຈະມີການເປີດໂຕ໊ະເຈລະຈາລະຫວ່າງມະຫາອຳນາດກັບອີຣ່ານກໍຕາມ ຊຶ່ງທຸກສາຍຕາກຳລັງຈັບຈ້ອງໄປທີ່ການເຈລະຈາ ທີ່ນະຄອນຫຼວງອິດສະລາມາບັດ ໃນວັນສຸກນີ້ ວ່າຈະມີຂໍ້ສະຫຼຸບທີ່ຊັດເຈນພຽງໃດ ກ່ຽວກັບການຢຸດຄວາມຂັດແຍ້ງໃນແນວຮົບດ້ານເລບານອນ.ฃ

ຂ່າວຈາກ: The Times of Israel

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 85 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່