ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ໄທ ບຸກມ້າງໂຮງງານຜະລິດສິນຄ້າປອມ “ແປ້ງນົວ ແລະ ຜົງປຸງລົດ” ພົບຂອງກາງ 24,000 ກວ່າຫໍ່

ໂດຍ Pele
· 7 ເດືອນ ກ່ອນອ່ານ 1 ນາທີ66 ຄັ້ງ
ເຈົ້າໜ້າທີ່ໄທ ບຸກມ້າງໂຮງງານຜະລິດສິນຄ້າປອມ “ແປ້ງນົວ ແລະ ຜົງປຸງລົດ” ພົບຂອງກາງ 24,000 ກວ່າຫໍ່
ADadvertisement
ADadvertisement
ADadvertisement

ສໍານັກຂ່າວສົດໄທລາຍງານ ວັນທີ 17 ເມສາ 2026 ນີ້ວ່າ: ເຈົ້າໜ້າທີ່ຕຳຫລວດສອບສວນກາງ (CIB) ຮ່ວມກັບ ສຳນັກງານຄະນະກຳມະການອາຫານ ແລະ ຢາ (ອຢ) ເປີດປະຕິບັດການ “Take Down” ເພື່ອມ້າງເຄືອຂ່າຍຜະລິດສິນຄ້າປອມລາຍໃຫຍ່ ປະເພດແປ້ງນົວ ແລະ ຜົງປຸງລົດ ຫລັງພົບສິນຄ້າວາງຈຳໜ່າຍ ໃນເຂດຕະຫລາດບາງແຄ ແລະ ເຂດໜອງແຂມ ກຸງເທບມະຫານະຄອນ ປະເທດໄທ.

ເຈົ້າໜ້າທີ່ໄທ ບຸກມ້າງໂຮງງານຜະລິດສິນຄ້າປອມ “ແປ້ງນົວ ແລະ ຜົງປຸງລົດ” ພົບຂອງກາງ 24,000 ກວ່າຫໍ່

ການຈັບກຸມໃນຄັ້ງນີ້ ມາຈາກການຂະຫຍາຍຜົນ ພາຍຫລັງເຈົ້າໜ້າທີ່ໄດ້ເຂົ້າຈັບກຸມຜູ້ຄ້າຂາຍລາຍຍ່ອຍຢູ່ ຈັງຫວັດໄຊຍະພູມ ກ່ອນຈະໃຊ້ເວລາສືບສວນດົນກວ່າ 3 ເດືອນ ຈົນພົບແຫລ່ງຜະລິດຫລັກ ແລະ ໄດ້ນຳໝາຍຄົ້ນເຂົ້າກວດສອບທັງໝົດ 3 ຈຸດ.

ເຈົ້າໜ້າທີ່ໄທ ບຸກມ້າງໂຮງງານຜະລິດສິນຄ້າປອມ “ແປ້ງນົວ ແລະ ຜົງປຸງລົດ” ພົບຂອງກາງ 24,000 ກວ່າຫໍ່ · ຮູບທີ 2

ຕໍ່ມາ, ເຈົ້າໜ້າທີ່ໄດ້ຕິດຕາມພຶດຕິກຳຂອງເຄືອຂ່າຍດັ່ງກ່າວ ຈົນພົບລົດກະບະຕ້ອງສົງໄສຂົນສົ່ງສິນຄ້າປອມອອກຈາກພື້ນທີ່, ກ່ອນຈະສະກັດຈັບໄດ້ຢູ່ປ້ຳນ້ຳມັນແຫ່ງໜຶ່ງ ໃນເມືອງສາມໂຄກ, ຈັງຫວັດປະທຸມທານີ ພ້ອມຂອງກາງເປັນແປ້ງນົວ ແລະ ຜົງປຸງລົດຊາດປອມຈຳນວນຫລາຍ ແລະ ໄດ້ຈັບກຸມຜູ້ຕ້ອງຫາໄດ້ທັນທີ.

ເຈົ້າໜ້າທີ່ໄທ ບຸກມ້າງໂຮງງານຜະລິດສິນຄ້າປອມ “ແປ້ງນົວ ແລະ ຜົງປຸງລົດ” ພົບຂອງກາງ 24,000 ກວ່າຫໍ່ · ຮູບທີ 3

ຈາກການກວດຄົ້ນເພີ່ມເຕີມ, ພົບຂອງກາງລວມກວ່າ 24,000 ຫໍ່, ມູນຄ່າຄວາມເສຍຫາຍເກືອບ 2 ລ້ານບາດ ໂດຍຂະບວນການດັ່ງກ່າວໄດ້ລັກລອບຜະລິດ ແລະ ຈຳໜ່າຍມາເປັນເວລາດົນກວ່າ 2 ປີ ກ່ອນຈະຖືກຈັບກຸມໃນທີ່ສຸດ.

ເຈົ້າໜ້າທີ່ໄທ ບຸກມ້າງໂຮງງານຜະລິດສິນຄ້າປອມ “ແປ້ງນົວ ແລະ ຜົງປຸງລົດ” ພົບຂອງກາງ 24,000 ກວ່າຫໍ່ · ຮູບທີ 4

ເບື້ອງຕົ້ນ, ເຈົ້າໜ້າທີ່ພວມຢູ່ໃນຂັ້ນຕອນດຳເນີນຄະດີຕາມກົດໝາຍ ພ້ອມທັງຂະຫຍາຍຜົນຕິດຕາມຜູ້ຮ່ວມຂະບວນການທີ່ກ່ຽວຂ້ອງມາລົງໂທດຕໍ່ໄປ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 66 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່