ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຝຣັ່ງເສດເພີ່ມງົບປະມານກາລະໂຫມຈຳນວນມະຫາສານ ຫວັ່ນສະຫະລັດຯ ເລີກສະໜັບສະໜູນ NATO

ໂດຍ kaling
· 7 ເດືອນ ກ່ອນອ່ານ 2 ນາທີ70 ຄັ້ງ
ຝຣັ່ງເສດເພີ່ມງົບປະມານກາລະໂຫມຈຳນວນມະຫາສານ ຫວັ່ນສະຫະລັດຯ ເລີກສະໜັບສະໜູນ NATO
ADadvertisement
ADadvertisement
ADadvertisement

ນາງ ການຕຣີນ ວໍທຣິນ ລັດຖະມົນຕີກາລະໂຫມຂອງຝຣັ່ງເສດ ໄດ້ເປີດເຜີຍໃນລະຫວ່າງການແຖລງຂ່າວເມື່ອວານນີ້ (8 ເມສາ) ວ່າ ຝຣັ່ງເສດມີແຜນຈະເພີ່ມງົບປະມານດ້ານກາລະໂຫມອີກ 36,000 ລ້ານເອີໂຣ (ປະມານ 39,000 ລ້ານດອລລາສະຫະລັດ) ໃນຊ່ວງເວລາຈາກປັດຈຸບັນຈົນເຖິງປີ 2030 ພາຍໃຕ້ກົດໝາຍວາງແຜນດ້ານທະຫານສະບັບປັບປຸງໃໝ່ ເຊິ່ງຈະຂະຫຍາຍຄັງອາວຸດນິວເຄລຍ ພ້ອມທັງເພີ່ມຈຳນວນຂີປະນາວຸດ ແລະ ໂດຣນ

ການເພີ່ມງົບປະມານດັ່ງກ່າວຖືກສະເໜີຂຶ້ນ ທັ້ງທີ່ຝຣັ່ງເສດເປັນໜຶ່ງໃນປະເທດທີ່ປະສົບບັນຫາການຂາດດຸນງົບປະມານສູງທີ່ສຸດໃນກຸ່ມເຂດເອີໂຣ ສະທ້ອນໃຫ້ເຫັນເຖິງແຮງກົດດັນດ້ານຄວາມໝັ້ນຄົງທີ່ເພີ່ມຂຶ້ນຈາກສົງຄາມໃນຢູແຄຣນ ແລະ ຕາເວັນອອກກາງ ລວມທັງຄວາມບໍ່ແນ່ນອນທີ່ເພີ່ມຂຶ້ນກ່ຽວກັບພັນທະຂອງສະຫະລັດຯ ຕໍ່ອົງການສົນທິສັນຍາແອດແລນຕິກເໜືອ ຫຼື NATO ພາຍໃຕ້ການນຳຂອງປະທານາທິບໍດີ ໂດນັລ ທຣໍາ ຂອງສະຫະລັດຯ

ນາງວໍທຣິນໄດ້ກ່າວວ່າ “ຂອບເຂດຂອງຄວາມຂັດແຍ່ງໃນປັດຈຸບັນໄດ້ຂະຫຍາຍຈາກກ້ນທ້ອງທະເລໄປຈົນເຖິງອະວະກາດ ແລະ ພວກເຮົາຕ້ອງສາມາດຕອບສະໜອງໄດ້ໃນທຸກມິຕິ”

ທັງນີ້ ກົດໝາຍສະບັບປັບປຸງສຳລັບຊ່ວງປີ 2024–2030 ຈະເພີ່ມສັດສ່ວນງົບປະມານກາລະໂຫມເປັນຮ້ອຍລະ 2.5 ຂອງຜະລິດຕະພັນລວມພາຍໃນ (GDP) ພາຍໃນສິ້ນທົດສະວັດ ຈາກປັດຈຸບັນທີ່ຢູ່ໃນລະດັບຮ້ອຍລະ 2 ໂດຍງົບປະມານປະຈຳປີຈະເພີ່ມຂຶ້ນເປັນ 76,300 ລ້ານເອີໂຣ (ປະມານ 89,250 ລ້ານດອລລາ) ພາຍໃນປີ 2030

ນາງວໍທຣິນຍັງລະບຸອີກວ່າ ພາຍໃນປີ 2031 ຝຣັ່ງເສດຄາດວ່າຈະໄດ້ຮັບຄຳສັ່ງຊື້ທີ່ກ່ຽວຂ້ອງກັບກາລະໂຫມມູນຄ່າ 26,000 ລ້ານເອີໂຣ (ປະມານ 30,410 ລ້ານດອລລາ)

ຫົວໃຈສຳຄັນຂອງການປັບປຸງດ້ານກາລະໂຫມຄັ້ງນີ້ ແມ່ນການເສີມຄວາມເຂັ້ມແຂງຂອງການຍັບຍັ້ງດ້ວຍອາວຸດນິວເຄລຍ ເຊິ່ງໄດ້ຖືກປະກາດໂດຍປະທານາທິບໍດີ ເອັມມານູແອລ ມາກຣົງ ຂອງຝຣັ່ງເສດ ໃນເດືອນມີນາ ໂດຍລາວຍັງໄດ້ເປີດໂອກາດໃຫ້ປະເທດພັນທະມິດໃນເອີຣົບ ສາມາດເປັນເຈົ້າພາບຮອງຮັບເຄື່ອງບິນຂອງຝຣັ່ງເສດ ໃນພາລະກິດຍັບຍັ້ງດ້ວຍອາວຸດນິວເຄລຍໄດ້ອີກດ້ວຍ

ນອກຈາກນັ້ນ ນາງວໍທຣິນຍັງເນັ້ນເຖິງຄວາມຈຳເປັນໃນການເພີ່ມກຳລັງພົນ ໂດຍຝຣັ່ງເສດຕັ້ງເປົ້າຮັບສະໝັກກຳລັງສຳຮອງປະຕິບັດການ 50,000 ນາຍ ພາຍໃນປີ 2030 ເຊິ່ງຈະເຮັດໃຫ້ຈຳນວນກຳລັງພົນທະຫານລວມເພີ່ມຂຶ້ນເປັນ 330,000 ນາຍ

ທີ່ມາ: Reuters

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 70 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່