MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ພິທີເປີດນໍາໃຊ້ລົດເມດ່ວນ BRT ຢ່າງເປັນທາງການ

ພິທີເປີດນໍາໃຊ້ລົດເມດ່ວນ BRT ຢ່າງເປັນທາງການ

kaling
ເຜີຍແຜ່: 20 ເມສາ 2026, 15:30
ປັບປຸງຫຼ້າສຸດ: 20 ເມສາ 2026, 15:30
ອ່ານ 92 ຄັ້ງ
ພິທີເປີດນໍາໃຊ້ລົດເມດ່ວນ BRT ຢ່າງເປັນທາງການ

ພິທີເປີດບໍລິການລົດເມດ່ວນ (BRT) ເຊື່ອມຕໍ່ຈາກສະຖານີດັ່ງ​ກ່າວ ຈັດ​ຂຶ້ນ​ໃນວັນທີ 20 ເມສານີ້, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ມີທ່ານ ຈັນທະລາ ພົມມະຈັກ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບຸນຍະວັດ ນິຣະໄຊ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.

ການໃຫ້ບໍລິການລົດເມດ່ວນ (BRT) ມີສາຍທາງ: ຕະຫຼາດເຊົ້າ ຫາສວນເຈົ້າຟ້າງຸ່ມ

ຜ່ານ 4 ແຍກມະໂຫສົດ ແລ້ວແລ່ນຂຶ້ນຖະໜົນເສດຖາທິລາດ ໄປສະຖານີເຈົ້າຟ້າງຸ່ມ. ໂດຍການຈັດລະບຽບເສັ້ນທາງໃໝ່ຄື: ເລນຂວາ ແມ່ນລົດທົ່ວໄປແລ່ນ, ​ເລນກາງ ແມ່ນລົດເມດ່ວນ BRT ແລ່ນຂາລົງ ສ່ວນເລນຊ້າຍ ແມ່ນລົດເມດ່ວນ BRT ຂາຂຶ້ນ. ດັ່ງນັ້ນ, ຈຶ່ງຂໍຄວາມຮ່ວມມືນໍາບັນດານັກຂັບຂີ່ຈົ່ງພ້ອມກັນນໍາໃຊ້ລົດ ໃຊ້ຖະໜົນໃຫ້ຖືກເລນ ເພື່ອຄວາມປອດໄພຂອງທຸກຄົນ ທັງເປັນການຫຼຸດຜ່ອນບັນຫາອຸບັດ ເຫດທາງຖະໜົນ.

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ