ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາຍງານສະພາບອາກາດປະຈໍາວັນທີ 22 ເມສາ 2026

ໂດຍ Jenjila
· 7 ເດືອນ ກ່ອນອ່ານ 1 ນາທີ148 ຄັ້ງ
ລາຍງານສະພາບອາກາດປະຈໍາວັນທີ 22 ເມສາ 2026
ADadvertisement
ADadvertisement
ADadvertisement

ມວນອາກາດຮ້ອນ ຍັງສືບປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ອາກາດຈະຮ້ອນເອົ້າຫລາຍໃນຕອນບ່າຍຢູ່ບາງທ້ອງຖິ່ນ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຈະມີລົມພັດແຮງຢູ່ໃນແຕ່ລະພາກຕື່ມອີກ.

ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນເອົ້າຫລາຍ, ຊຶ່ງຈະເຮັດໃຫ້ເກີດມີອັກຄີໄພ, ມີຜົນກະທົບຕໍ່ສຸຂະພາບຂອງຜູ້ເຖົ້າ ແລະ ເດັກນ້ອຍ, ໂລກລົມແດດ (Heat stroke) ພ້ອມນີ້ໃຫ້ຫລີກລ່ຽງກິດຈະກໍາກາງແຈ້ງເປັນເວລາດົນ. ຊຶ່ງໃນໄລຍະນີ້ອາດຈະເຮັດໃຫ້ເກີດມີຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ລາຍງານສະພາບອາກາດປະຈໍາວັນທີ 22 ເມສາ 2026
ລາຍງານສະພາບອາກາດປະຈໍາວັນທີ 22 ເມສາ 2026 · ຮູບທີ 2
ລາຍງານສະພາບອາກາດປະຈໍາວັນທີ 22 ເມສາ 2026 · ຮູບທີ 3

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 148 ຄັ້ງ
‹ ກັບໄປໝວດພະຍາກອນອາກາດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່