ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫລວງພະບາງ ອາຣາດທະນາ ອົງພະເຈົ້າໝ່ານ ຈາກຫໍພຣະໝ່ານ ລົງມາປະດິດສະຖານທີ່ຫໍສົງຂອງວັດຊຽງທອງ ເລີ່ມວັນທີ 22-26 ເມສາ 2026

ໂດຍ Jenjila
· 7 ເດືອນ ກ່ອນອ່ານ 1 ນາທີ74 ຄັ້ງ
ຫລວງພະບາງ ອາຣາດທະນາ ອົງພະເຈົ້າໝ່ານ ຈາກຫໍພຣະໝ່ານ ລົງມາປະດິດສະຖານທີ່ຫໍສົງຂອງວັດຊຽງທອງ ເລີ່ມວັນທີ 22-26 ເມສາ 2026
ADadvertisement
ADadvertisement
ADadvertisement

ຫລວງພະບາງ ອາຣາດທະນາ ອົງພະເຈົ້າໝ່ານ ຈາກຫໍພຣະໝ່ານ ລົງມາປະດິດສະຖານທີ່ຫໍສົງຂອງວັດຊຽງທອງ ເລີ່ມວັນທີ 22-26 ເມສາ 2026

ວັນທີ 22 ເມສາ 2026 ທີ່ນະຄອນຫລວງພະບາງ ທ່ານ ຊາຍພອນ ຈັນທຸມມາ ກຳມະການປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກ ນະຄອນ ຫລວງພະບາງ ພ້ອມດ້ວຍຄະນະນຳນະຄອນ ແລະ ມວນຊົນຊາວຫລວງພະບາງ ນຳໂດຍພຣະເຖຣະ ໄດ້ນຳພາຊາວພຸດທະສາສະນິກະຊົນ ຊາວຫລວງພະບາງ ກ່າວຄຳອາຣາດຖະນາອົງພຣະ ເຈົ້າໝ່ານ ຈາກຫໍພຣະໝ່ານ ລົງມາປະດິດສະຖານ ທີ່ຫໍສົງຂອງວັດຊຽງທອງ ດ້ວຍພິທີແຫ່ອ້ອມພັດທະສີມມາ 3 ຮອບ, ປະກອບມີຂະບວນເປົ່າຫອຍສັງ-ຕີຄ້ອງ, ຂະບວນພະເຖຣະ, ຂະບວນການນຳ-ມວນຊົນທົ່ວໄປ ແລະ ມວນຊົນຊາວຫລວງພະບາງ ເຂົ້າຮ່ວມ.

ຫລວງພະບາງ ອາຣາດທະນາ ອົງພະເຈົ້າໝ່ານ ຈາກຫໍພຣະໝ່ານ ລົງມາປະດິດສະຖານທີ່ຫໍສົງຂອງວັດຊຽງທອງ ເລີ່ມວັນທີ 22-26 ເມສາ 2026 · ຮູບທີ 2

ພາຍຫລັງແຫ່ຄົບ 3 ຮອບແລ້ວ ໄດ້ອັງເຊີນອົງພຣະເຈົ້າໝ່ານ ຂື້ນປະທັບໃນຫໍສົງ, ພຣະສົງ-ສາມະ ເນນ ໄດ້ນຳພາຊາວພຸດທະສາສະນິກະຊົນ ກ່າວຄຳຄາລະວະ ກ່ອນດຳເນີນການຫົດສົງຢ່າງເປັນທາງການ, ເຊິ່ງການຫົດສົງອົງພຣະໝ່ານ ຈະດຳເນີນໄປຈົນເຖີງ ຕອນແລງວັນທີ 26 ເມສາ ຈຶ່ງຈະອາຣາດທະນາ ອົງພະເຈົ້າໝ່ານ ກັບຄືນປະດິດສະຖານຢູ່ຫໍຕາມເດີມ.

ຫລວງພະບາງ ອາຣາດທະນາ ອົງພະເຈົ້າໝ່ານ ຈາກຫໍພຣະໝ່ານ ລົງມາປະດິດສະຖານທີ່ຫໍສົງຂອງວັດຊຽງທອງ ເລີ່ມວັນທີ 22-26 ເມສາ 2026 · ຮູບທີ 3

ນອກຈາກນີ້, ຍັງມີການຈັດຕັ້ງກອງບຸນ 84,000 ພຣະທັມມະຂັນ ປະຈໍາປີ 2026 ທີ່ວັດຊຽງທອງ ເຊິ່ງເປັນກອງບຸນທີ່ຈັດຂຶ້ນເພື່ອລະດົມວັດຖຸປັດໄຈ ຊຸກຍູ້ພຸດທະສາສະໜາຢູ່ພາຍໃນແຂວງ, ໃນປີນີ້ ມີມວນຊົນ ທັງພາຍໃນ-ຕ່າງປະເທດ ແລະ ພາຍໃນແຂວງຮ່ວມອານຸໂມທະນາຈັດຕັ້ງກອງບຸນ ແລະ ຮ່ວມຫົດສົງອົງພະໝ່ານ ເພື່ອໃຫ້ເກີດຄວາມເປັນສລິມຸງຄຸນ ແກ້ຕົນເອງ-ຄອບຄົວ ແລະສັງຄົມ.

ຫລວງພະບາງ ອາຣາດທະນາ ອົງພະເຈົ້າໝ່ານ ຈາກຫໍພຣະໝ່ານ ລົງມາປະດິດສະຖານທີ່ຫໍສົງຂອງວັດຊຽງທອງ ເລີ່ມວັນທີ 22-26 ເມສາ 2026 · ຮູບທີ 4
ຫລວງພະບາງ ອາຣາດທະນາ ອົງພະເຈົ້າໝ່ານ ຈາກຫໍພຣະໝ່ານ ລົງມາປະດິດສະຖານທີ່ຫໍສົງຂອງວັດຊຽງທອງ ເລີ່ມວັນທີ 22-26 ເມສາ 2026 · ຮູບທີ 5

ທີ່ມາ: ໂທລະພາບ ແຂວງຫລວງພະບາງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 74 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່