ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເກີດເຫດລົດເມ ປາກເຊ-ວຽງຈັນ ປີ້ນຢູ່ບ້ານນ້ຳເດື່ອ ເມືອງປາກກະດິງ ແຂວງບໍລິຄໍາໄຊໄດ້ຮັບບາດເຈັບ 35 ຄົນ ແລະ ເສຍຊີວິດ 08 ຄົນ.

ໂດຍ Jenjila
· 7 ເດືອນ ກ່ອນອ່ານ 1 ນາທີ91 ຄັ້ງ
ເກີດເຫດລົດເມ ປາກເຊ-ວຽງຈັນ ປີ້ນຢູ່ບ້ານນ້ຳເດື່ອ ເມືອງປາກກະດິງ ແຂວງບໍລິຄໍາໄຊໄດ້ຮັບບາດເຈັບ 35 ຄົນ ແລະ ເສຍຊີວິດ 08 ຄົນ.
ADadvertisement
ADadvertisement
ADadvertisement
ເກີດເຫດລົດເມ ປາກເຊ-ວຽງຈັນ ປີ້ນຢູ່ບ້ານນ້ຳເດື່ອ ເມືອງປາກກະດິງ ແຂວງບໍລິຄໍາໄຊໄດ້ຮັບບາດເຈັບ 35 ຄົນ ແລະ ເສຍຊີວິດ 08 ຄົນ.

ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ເວລາບັດມານ 04:20 ນາທີ ຕອນເຊົ້າ ວັນທີ 22 ເມສາ 2026 ໄດ້ມີອຸບັດຕິເຫດ ລົດເມປາກເຊ-ວຽງຈັນ ໝາຍເລກທະບຽນ ບຂ 2603 ນະຄອນຫຼວງວຽງຈັນ ປີ້ນຢູ່ບໍລິເວນທາງໂຄ້ງ ບ້ານນ້ຳເດື່ອ ເມືອງປາກກະດິງ ແຂວງບໍລິຄຳໄຊ.

ເກີດເຫດລົດເມ ປາກເຊ-ວຽງຈັນ ປີ້ນຢູ່ບ້ານນ້ຳເດື່ອ ເມືອງປາກກະດິງ ແຂວງບໍລິຄໍາໄຊໄດ້ຮັບບາດເຈັບ 35 ຄົນ ແລະ ເສຍຊີວິດ 08 ຄົນ. · ຮູບທີ 2

ລົດຄັນດັ່ງກ່າວ ກຳລັງເດີນທາງຈາກ ປາກເຊ ໄປ ນະຄອນຫຼວງວຽງຈັນ, ມີຜູ້ໂດຍສານ 46 ຄົນ, ແອັດລົດ 01 ຄົນ, ໂຊເຟີລົດ 01 ຄົນ ລວມທັງໝົດ 48 ຄົນ, ຄົນຕ່າງປະເທດ 04 ຄົນ. ພາຍຫຼັງ ເຈົ້າໜ້າທີ່ ແລະ ພົນລະເມືອງດີ ໄດ້ເຂົ້າໃຫ້ການຊ່ວຍເຫຼືອ ໃນເບື້ອງຕົ້ນ ພົບເຫັນຜູ້ໄດ້ຮັບບາດເຈັບ 35 ຄົນ, ມີຜູ້ເສຍຊີວິດ 08 ຄົນ, ຄົນຕ່າງປະເທດ 01 ຄົນ.

ເກີດເຫດລົດເມ ປາກເຊ-ວຽງຈັນ ປີ້ນຢູ່ບ້ານນ້ຳເດື່ອ ເມືອງປາກກະດິງ ແຂວງບໍລິຄໍາໄຊໄດ້ຮັບບາດເຈັບ 35 ຄົນ ແລະ ເສຍຊີວິດ 08 ຄົນ. · ຮູບທີ 3

ສ່ວນສາເຫດການເກີດອຸບັດຕິເຫດ: ຕອນເກີດເຫດແມ່ນຝົນຕົກທາງມື່ນ ແລະ ລົດຄັນດັ່ງກ່າວແລ່ນໄວ ລົດຈື່ງເສຍຫຼັກປີ້ນເອງ.

ບັດຈຸບັນຍັງຢູ່ໃນຂັ້ນຕອນ ການຊ່ວຍເຫຼືອເພີ່ມເຕີມ ແລະ ສືບສວນ-ສອບສວນ ຂະຫຍາຍຜົນຫາສາເຫດຂອງອຸບັດຕິເຫດ, ພາຍຫຼັງໄດ້ຮັບຂໍ້ມູນ ທີ່ຖືກຕ້ອງ, ຊັດເຈນ ທາງສື່ມວນຊົນ ປກສ ແຂວງບໍລິຄຳໄຊ ຈະລາຍງານຕື່ມ.

ເກີດເຫດລົດເມ ປາກເຊ-ວຽງຈັນ ປີ້ນຢູ່ບ້ານນ້ຳເດື່ອ ເມືອງປາກກະດິງ ແຂວງບໍລິຄໍາໄຊໄດ້ຮັບບາດເຈັບ 35 ຄົນ ແລະ ເສຍຊີວິດ 08 ຄົນ. · ຮູບທີ 4

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 91 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ, ເຫດການ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່