ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງປະຊຸມສະໄໝວິສາມັນຄົບຄະນະເປີດກວ້າງຂອງຄະນະບໍລິຫານງານພັກກະຊວງ ສສກ ຄັ້ງທີ 2 ສະໄໝທີ X

ໂດຍ Pele
· 7 ເດືອນ ກ່ອນອ່ານ 2 ນາທີ63 ຄັ້ງ
ກອງປະຊຸມສະໄໝວິສາມັນຄົບຄະນະເປີດກວ້າງຂອງຄະນະບໍລິຫານງານພັກກະຊວງ ສສກ ຄັ້ງທີ 2 ສະໄໝທີ X
ADadvertisement
ADadvertisement
ADadvertisement

ກອງປະຊຸມສະໄໝວິສາມັນຄົບຄະນະເປີດກວ້າງຂອງຄະນະບໍລິຫານງານພັກກະຊວງ ສສກ ຄັ້ງທີ 2 ສະໄໝທີ X ໄດ້ຈັດໃນວັນທີ 22 ເມສາ ນີ້ ທີ່ ສສກ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕິກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຮອງເລຂາ, ກຳມະການປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ມະຫາວິທະຍາໄລແຫ່ງຊາດ, ສະຖາບັນ ແລະ ວິທະຍາໄລ ເຂົ້າຮ່ວມ.

ກອງປະຊຸມສະໄໝວິສາມັນຄົບຄະນະເປີດກວ້າງຂອງຄະນະບໍລິຫານງານພັກກະຊວງ ສສກ ຄັ້ງທີ 2 ສະໄໝທີ X

ກອງປະຊຸມຄັ້ງນີ້ ໄດ້ເຜີຍແຜ່ເຊື່ອມຊຶມເອກະສານດຳລັດ 90 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ສສກ ສະບັບປັບປຸງ, ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການກຳນົດໂຄງປະກອບກົງຈັກການຈັດຕັ້ງທີ່ຂຶ້ນກັບບັນດາຫ້ອງການ, ກົມ, ສະຖາບັນ ແລະ ສຳນັກພິມສຶກສາ ແລະ ກິລາ ຂອງກະຊວງ ສສກ ສະບັບເລກທີ 1772/ສສກ ແລະ ການນຳສະເໜີການປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກ ໃນໄລຍະໃໝ່.

ກອງປະຊຸມສະໄໝວິສາມັນຄົບຄະນະເປີດກວ້າງຂອງຄະນະບໍລິຫານງານພັກກະຊວງ ສສກ ຄັ້ງທີ 2 ສະໄໝທີ X · ຮູບທີ 2

ພ້ອມນີ້ກອງປະຊຸມຍັງໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງທີ່ຂຶ້ນກັບບັນດາຫ້ອງການ, ກົມ, ສະຖາບັນ ແລະ ສຳນັກພິມສຶກສາ ແລະ ກິລາ ຂອງກະຊວງ ສສກ ມີທັງໝົດ 10 ພາກສ່ວນ ກໍຄື ຫ້ອງການ ສສກ ປັບປຸງໃຫ້ມີ 8 ພະແນກການ, ກົມຈັດຕັ້ງ ແລະ ພະນັກງານ ມີ 7 ພະແນກ ແລະ 1 ຫ້ອງການ, ກົມກວດກາ ມີ 4 ພະແນກ, ກົມແຜນການ ແລະ ການເງິນ ມີ 7 ພະແນກ ແລະ 1 ຫ້ອງການ, ກົມຮ່ວມມືກັບຕ່າງປະເທດ ມີ 5 ພະແນກ ແລະ 2 ຫ້ອງການ, ກົມປະກັນຄຸນນະພາບການສຶກສາ ມີ 5 ພະແນກ, ກົມສາມັນສຶກສາ ມີ 8 ພະແນກ, ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ມີ 6 ພະແນກ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ມີ 1 ພະແນກ, 4 ສູນ ແລະ 1 ຫໍສະໝຸດ ແລະ ສຳນັກພິມສຶກສາ ແລະ ກິລາ ມີ 6 ພະແນກ ແລະ 2 ວິສາຫະກິດ.

ສ່ວນແບບແຜນວິທີເຮັດວຽກໄລຍະໃໝ່ຂອງກະຊວງ ສສກ ແມ່ນຈະສຸມໃສ່ການເຮັດວຽກມີແຜນການ, ແຜນງານ ແລະ ໂຄງການລະອຽດແກ້ໄຂວຽກຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ, ປະສານສົມທົບຢ່າງແໜ້ນແຟ້ນກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ແນໃສ່ໝູນໃຊ້ກຳລັງແຮງຂອງທຸກພາກສ່ວນ ເພື່ອພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ.

ພ້ອມທັງມີການກວດກາ, ຕິດຕາມ ແລະ ຊຸກຍູ້, ສະຫຼຸບຖອດຖອນບົດຮຽນ, ຕີລາຄາຜົນໄດ້-ຜົນເສຍ ພ້ອມທັງລາຍງານສ່ອງແສງຢ່າງເຂັ້ມງວດ ແລະ ປະຕິບັດລະບອບປະຊຸມປະຈຳເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ຫຼື ກອງປະຊຸມວິຊາການ ແລະ ປະຕິບັດລະບອບລາຍງານໃຫ້ລັດຖະບານ ແລະ ນາຍົກລັດຖະມົນຕີ ເປັນປົກກະຕິ ພ້ອມທັງປະຕິບັດພົວພັນການປະສານງານ ພາຍໃນ ແລະ ພາຍນອກ ໃຫ້ສອດຄ່ອງຕາມລະບຽບຫຼັກການຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ສົງການ ພັນແພງດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 63 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່