ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕ້ອນຮັບ ຄະນະຜູ້ແທນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສສ ຫວຽດນາມ

ໂດຍ Pele
· 7 ເດືອນ ກ່ອນອ່ານ 1 ນາທີ53 ຄັ້ງ
ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕ້ອນຮັບ ຄະນະຜູ້ແທນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສສ ຫວຽດນາມ
ADadvertisement
ADadvertisement
ADadvertisement

ໃນວັນທີ 22 ເມສາ ນີ້ຢູ່ກະຊວງກະສິກຳ ແລະ ສິ່ງແວດລ້ອມ. ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຫງວຽນທິເຟືອງຮົວ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍ ຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕ້ອນຮັບ ຄະນະຜູ້ແທນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສສ ຫວຽດນາມ

ໃນພິທີພົບປະສອງຝ່າຍ, ທ່ານ ນາງ ຈັນທະຄອນ ບົວລະພັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມຂອງຄະນະຜູ້ແທນໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນເພື່ອແລກປ່ຽນແນວຄວາມຄິດກ່ຽວກັບການກະກຽມຈັດຕັ້ງຜັນຂະຫຍາຍການຮ່ວມມືໄລຍະ 2026-2030 ແລະ ຂໍ້ຕົກລົງຮ່ວມມືປະຈໍາປີ 2026 ທີ່ສອງລັດຖະບານ ລາວ-ຫວຽດນາມ ໄດ້ລົງນາມຮ່ວມກັນ ໃນຂົງເຂດວຽກງານ ກະສິກໍາ ແລະ ສິ່ງແວດລ້ອມ.

ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕ້ອນຮັບ ຄະນະຜູ້ແທນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສສ ຫວຽດນາມ · ຮູບທີ 2

ໃນຕອນທ້າຍ, ທັງສອງຝ່າຍໄດ້ຢືນຢັນທີ່ຈະສືບຕໍ່ປະສານງານ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອແນໃສ່ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການພັດທະນາ ກະສິກຳແບບຍືນຍົງ, ຕອບສະໜອງໄດ້ຕາມຄວາມມຸ່ງມາດປາຖະໜາຂອງປະຊາຊົນທັງສອງຊາດ.

ຂ່າວ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 53 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່