ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງປະຊຸມອົງການ FAO ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 38

ໂດຍ Pele
· 7 ເດືອນ ກ່ອນອ່ານ 2 ນາທີ64 ຄັ້ງ
ກອງປະຊຸມອົງການ FAO ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 38
ADadvertisement
ADadvertisement
ADadvertisement

ໃນລະຫວ່າງວັນທີ 22-24 ເມສາ ຜ່ານມານີ້, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ອົງການອາຫານ ແລະ ການກະເສດ ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 38 (The Thirty–Eighth Session of the FAO Regional Conference for Asia and Pacific – APRC-38) ຊຶ່ງຈັດຂຶ້ນ ທີ່ ປະເທດ ບຣູໄນ ດາຣູຊາລາມ, ໂດຍມີ ຫົວໜ້າກົມກ່ຽວຂ້ອງປະກອບໃນຄະນະ ຄື: ກົມແຜນການ ແລະ ການຮ່ວມມື, ກົມປູກຝັງ ແລະ ກົມສົົ່ງເສີມກະສິກໍາ ແລະ ສະຫະກອນ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ປະກອບມີບັນດາ ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າ ຈາກປະເທດສະມາຊິກ ທັງໝົດ 46 ປະເທດ, ເລຂາທິການອົງການອາຫານ ແລະ ການກະເສດ, ຕາງໜ້າອົງການອາຫານ ແລະ ການກະເສດ ຂອງແຕ່ລະປະເທດ ແລະ ຄູ່ຮ່ວມພັດທະນາຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມອົງການ FAO ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 38

ກອງປະຊຸມ APRC-38 ແມ່ນຈັດຂຶ້ນທຸກໆ 2 ປີ ພາຍໃຕ້ກົນໄກການດໍາເນີນງານຂອງອົງການ FAO ຊຶ່ງເປີດໂອກາດໃຫ້ບັນດາປະເທດສະມາຊິກ ໄດ້ເຂົ້າຮ່ວມເພື່ອປຶກສາຫາລືຂັ້ນນະໂຍບາຍ ກັບບັນດາຜູ້ຕາງໜ້າອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ ແລະ ບັນດາຜູ້ມີສ່ວນຮ່ວມ ທີ່ຕິດພັນກັບຂົງເຂດການຄຸ້ມຄອງ ລະບົບສະບຽງອາຫານ. ກອງປະຊຸມຄັ້ງນີ້ ປະກອບມີ ກອງປະຊຸມລະດັບລັດຖະມົນຕີ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ກອງປະຊຸມປິ່ນອ້ອມ.

ກອງປະຊຸມອົງການ FAO ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 38 · ຮູບທີ 2

ໃນກອງປະຊຸມດັ່ງກ່າວ, ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວມີຄຳເຫັນ ກ່ຽວກັບການຂັບເຄື່ອນ ການປ່ຽນແປງລະບົບອາຫານ ຂອງ ສປປ ລາວ ໂດຍອີງໃສ່ນະໂຍບາຍ ແຫ່ງຊາດ ແລະ ຂອບການຄຸ້ມຄອງແບບປະສົມປະສານ ໂດຍອີງໃສ່ 6 ແນວທາງນະໂຍບາຍ ທີ່ ສປປ ລາວ ກຳລັງຈັດຕັ້ງປະຕິບັດ ຄື: 1) ຄວາມສອດຄ່ອງຂອງນະໂຍບາຍ ໂດຍຜ່ານຍຸດທະສາດພັດທະນາກະສິກຳ ແລະ ແຜນດຳເນີນງານລະບົບອາຫານແຫ່ງຊາດ ປີ 2025-2030; 2) ການເສີມສ້າງຄວາມທົນທານຕໍ່ກັບການປ່ຽນແປງຂອງສະພາບດິນຟ້າອາກາດ ເຂົ້າໃນການວາງແຜນ ແລະ ການລົງທຶນ ລວມທັງການສະໜັບສະໜູນຈາກ FAO ຜ່ານໂຄງການພັດທະນາລະບົບການປັບປຸງສະພາບດິນຟ້າອາກາດສຳລັບກະສິກຳ (LaCSA); 3) ການເຊື່ອມສານຜະລິດຕະພັນກະສິກຳແບບຄົບວົງຈອນ ພ້ອມທັງການຊອກຫາແຫຼ່ງຊື້-ຂາຍສິນຄ້າກະສິກຳ ໂດຍເນັ້ນໃສ່ເຂດຕາມແນວທາງລົດໄຟລາວ-ຈີນ; 4) ການເຂົ້າເຖິງໂພຊະນາການ ໂດຍການຊຸກຍູ້ກະສິກໍາທີ່ມີຄວາມຫຼາກຫຼາຍ; 5) ການຄຸ້ມຄອງຕະຫຼາດ ແລະ ມາດຕະຖານສິນຄ້າ ເພື່ອຮັບປະກັນການຜະລິດສິນຄ້າກະສິກຳແບບຍືນຍົງ ແລະ 6) ການເຊື່ອມໂຍງນະໂຍບາຍດ້ານພະລັງງານ ແລະ ລະບົບອາຫານ ເພື່ອຫຼຸດຜ່ອນການເພິ່ງພາການນຳເຂົ້ານ້ຳມັນເຊື້ອໄຟ.

ກອງປະຊຸມອົງການ FAO ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 38 · ຮູບທີ 3

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຮອງ ໃຫ້ ສປປ ລາວ ເປັນເຈົ້າພາບ ໃນການຈັດກອງປະຊຸມອົງການອາຫານ ແລະ ການກະເສດ ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 39 ໃນປີ 2028.

ກອງປະຊຸມອົງການ FAO ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 38 · ຮູບທີ 4

(ຂ່າວ-ພາບ: ພະແນກເລຂານຸການ ແລະ ພິທີການ, ຫ້ອງການ ກະຊວງ ກສ)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 64 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່