MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຕືອນເຝົ້າລະວັງ! ພົບສານໜູ (Arsenic) ປົນເປື້ອນໃນແມ່ນ້ຳຂອງສູງເກີນມາດຕະຖານ 9 ເທົ່າ ໂດຍສະເພາະເຂດສາມຫຼ່ຽມຄຳ ແລະ ເຂດຊາຍແດນ ລາວ-ໄທ.

ເຕືອນເຝົ້າລະວັງ! ພົບສານໜູ (Arsenic) ປົນເປື້ອນໃນແມ່ນ້ຳຂອງສູງເກີນມາດຕະຖານ 9 ເທົ່າ ໂດຍສະເພາະເຂດສາມຫຼ່ຽມຄຳ ແລະ ເຂດຊາຍແດນ ລາວ-ໄທ.

Jenjila
ເຜີຍແຜ່: 27 April 2026, 11:17
ປັບປຸງຫຼ້າສຸດ: 27 April 2026, 11:20
ອ່ານ 31 ຄັ້ງ
ເຕືອນເຝົ້າລະວັງ! ພົບສານໜູ (Arsenic) ປົນເປື້ອນໃນແມ່ນ້ຳຂອງສູງເກີນມາດຕະຖານ 9 ເທົ່າ ໂດຍສະເພາະເຂດສາມຫຼ່ຽມຄຳ ແລະ ເຂດຊາຍແດນ ລາວ-ໄທ.

ເຝົ້າລະວັງດ່ວນ! ພົບສານໜູ (Arsenic) ປົນເປື້ອນໃນແມ່ນ້ຳຂອງສູງເກີນມາດຕະຖານ 9 ເທົ່າ ໂດຍສະເພາະເຂດສາມຫຼ່ຽມຄຳ ແລະ ເຂດຊາຍແດນ ລາວ-ໄທ. ຜົນກວດກາຫຼ້າສຸດໃນປີ 2026 ພົບສານເບື່ອໜູໃນດິນຕົມໃຕ້ນ້ຳສູງເຖິງ 296 mg/kg ເຊິ່ງສູງກວ່າເກນອັນຕະລາຍຢ່າງຮຸນແຮງ!

ຄວາມສ່ຽງທີ່ຕ້ອງ :

– ຫຼີກເວັ້ນການບໍລິໂພກສັດນ້ຳປະເພດທີ່ຫາກິນຕາມໜ້າດິນ: ເຊັ່ນ ກຸ້ງ, ຫອຍ ແລະ ປາຝາ ເພາະເປັນກຸ່ມທີ່ມີການສະສົມສານພິດສູງສຸດ.

– ຫຼີກເວັ້ນການກິນເຄື່ອງໃນປາ: ເພາະສານພິດມັກຈະສະສົມຢູ່ຕັບ ແລະ ໄຕຂອງປາ.

– ລະວັງພືດຜັກແຄມຂອງ: ຜົນການທົດລອງພົບສານໜູໃນຜັກທີ່ປູກຕາມແຄມຂອງສູງເກີນຄ່າມາດຕະຖານ.

ສາເຫດຫຼັກ: ເກີດຈາກການເຮັດເໝືອງຄຳ ແລະ ເໝືອງແຮ່ທີ່ບໍ່ໄດ້ມາດຕະຖານຢູ່ຕົ້ນນ້ຳ, ເຮັດໃຫ້ສານພິດໄຫຼລົງສູ່ແມ່ນ້ຳຂອງ ແລະ ເຂົ້າສູ່ລະບົບນິເວດ (Bioaccumulation). ຫາກສະສົມໃນຮ່າງກາຍດົນໆ ອາດພາໃຫ້ເກີດພະຍາດຜິວໜັງ, ມະເຮັງ ແລະ ຜົນກະທົບຕໍ່ລະບົບປະສາດ.

ສຳລັບພໍ່ແມ່ປະຊາຊົນທີ່ຢູ່ແຄມຂອງ: ຄວນຕິດຕາມຂ່າວສານຈາກທາງການຢ່າງໃກ້ຊິດ. ຖ້າມີການເຕືອນເລື່ອງສານປົນເປື້ອນ, ການຫຼີກລ່ຽງການກິນ “ເຄື່ອງໃນປາ” ຫຼື “ສັດໜ້າດິນ” (ເຊັ່ນ: ກຸ້ງ, ຫອຍ, ປາຝາ) ແລະ “ໄຄ” ໃນເຂດທີ່ມີຄວາມສ່ຽງ ແມ່ນມາດຕະການປ້ອງກັນຕົວເອງທີ່ດີທີ່ສຸດ.ພໍ່ແມ່ປະຊາຊົນທີ່ອາໄສຢູ່ແຄມຂອງ ຄວນຕິດຕາມຂ່າວສານຢ່າງໃກ້ຊິດ ແລະ ເລືອກບໍລິໂພກອາຫານທີ່ສະອາດປອດໄພ.

ຂໍ້ມູນອ້າງອີງ (ຂໍ້ມູນປີ 2026): ข่าวสดKhaosod Online, ກົມຄວບຄຸມມົນລະພິດ ແລະ ມະຫາວິທະຍາໄລແມ່ຟ້າຫຼວງ (ປະເທດໄທ).

ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ