ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ການນຳເມືອງແກ້ວອຸດົມ ລົງຕິດຕາມສະພາບໄຟໄໝ້ປ່າຢູ່ເຂດບ້ານຫາດເດື່ອ

ໂດຍ Jenjila
· 7 ເດືອນ ກ່ອນອ່ານ 1 ນາທີ38 ຄັ້ງ
ການນຳເມືອງແກ້ວອຸດົມ ລົງຕິດຕາມສະພາບໄຟໄໝ້ປ່າຢູ່ເຂດບ້ານຫາດເດື່ອ
ADadvertisement
ADadvertisement
ADadvertisement
ການນຳເມືອງແກ້ວອຸດົມ ລົງຕິດຕາມສະພາບໄຟໄໝ້ປ່າຢູ່ເຂດບ້ານຫາດເດື່ອ

ຂປລ. ແຫລ່ງຂ່າວຈາກ ເມືອງອກ້ວອຸດົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 24 ເມສາ 2026ຜ່ານມານີ້, ການນຳເມືອງແກ້ວອຸດົມ ແຂວງວຽງຈັນ ນໍາໂດຍ ທ່ານ ຈັນທະວົງ ບົວລະພັນ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງແກ້ວອຸດົມ ພ້ອມຄະນະ ໄດ້ລົງຕິດຕາມສະພາບໄຟໄໝ້ປ່າຢູ່ຄອບເຂດບ້ານຫາດເດື່ອ, ບ້ານນາແຊະ, ບ້ານສາມັກຄີໄຊ ,ບ້ານຂ້າມຊ້າງ ແລະ ບ້ານພູເຂົາຄໍາ.

ການນຳເມືອງແກ້ວອຸດົມ ລົງຕິດຕາມສະພາບໄຟໄໝ້ປ່າຢູ່ເຂດບ້ານຫາດເດື່ອ · ຮູບທີ 2

ທ່ານ ຈັນທະວົງ ບົວລະພັນ ປະທານຄະນະກໍາມະການປົກຄອງເມືອງແກ້ວອຸດົມ ໄດ້ໃຫ້ຮູ້ວ່າ:ຜ່ານມາເມືອງແກ້ວອຸດົມ ແມ່ນໄດ້ຮັບຜົນກະທົບຈາກໄຟໄໝ້ລາມປ່າຈຳນວນ 5 ບ້ານຄື: ບ້ານນາແຊະ,ບ້ານຫາດເດື່ອ, ບ້ານສາມັກຄີໄຊ, ບ້ານຂ້າມຊ້າງ ແລະ ບ້ານພູເຂົາຄໍາ ຊຶ່ງສາເຫດທີ່ພາໃຫ້ເກີດໄຟໄໝ້ປ່າແລະ ຄວາມເສຍຫາຍໃນຄັ້ງນີ້ ແມ່ນຢູ່ໃນຂັ້ນຕອນສືບສວນ-ສອບສວນ ຂອງໜ່ວຍງານ ແລະ ພາກ ສ່ວນທີ່ກ້ຽວຂ້ອງ.

ການນຳເມືອງແກ້ວອຸດົມ ລົງຕິດຕາມສະພາບໄຟໄໝ້ປ່າຢູ່ເຂດບ້ານຫາດເດື່ອ · ຮູບທີ 3

ການລົງມາຕິດຕາມສະພາບໄຟໄໝ້ປ່າຢູ່ເຂດດັ່ງກ່າວ, ການນໍາພ້ອມດ້ວຍອ້າຍນ້ອງທະຫານ, ຕໍ່າຫລວດ, ພະນັກງານ ແລະ ອໍານາດການປົກຄອງບ້ານ ໄດ້ສາມັກຄີກັນຖາງແລວປ່າ ແລະກວດໃບໄມ້ແຫ້ງ ເພື່ອປ້ອງກັນຜົນກະທົບຈາກໄຟໄໝ້ປ່າຢູ່ຈຸດດັ່ງກ່າວ ແລະ ບໍ່ໃຫ້ລາມໄປຈຸດອື່ນໆ.

ການນຳເມືອງແກ້ວອຸດົມ ລົງຕິດຕາມສະພາບໄຟໄໝ້ປ່າຢູ່ເຂດບ້ານຫາດເດື່ອ · ຮູບທີ 4
ການນຳເມືອງແກ້ວອຸດົມ ລົງຕິດຕາມສະພາບໄຟໄໝ້ປ່າຢູ່ເຂດບ້ານຫາດເດື່ອ · ຮູບທີ 5

ຂ່າວ-ພາບ: ດາວເພັດ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່