MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຟີລິບປິນ ເພີ່ມປະລິມານຄັງສຳຮອງນໍ້າມັນກາຊວນ 178 ລ້ານກວ່າລິດ

ຟີລິບປິນ ເພີ່ມປະລິມານຄັງສຳຮອງນໍ້າມັນກາຊວນ 178 ລ້ານກວ່າລິດ

Jenjila
ເຜີຍແຜ່: 28 April 2026, 14:33
ປັບປຸງຫຼ້າສຸດ: 28 April 2026, 14:33
ອ່ານ 44 ຄັ້ງ
ຟີລິບປິນ ເພີ່ມປະລິມານຄັງສຳຮອງນໍ້າມັນກາຊວນ 178 ລ້ານກວ່າລິດ

ຂ່າວຕ່າງປະເທດລາຍງານໃນວັນທີ 27 ເມສາ ຜ່ານມາວ່າ: ກະຊວງພະລັງງານຟີລິບປິນໄດ້ເປີດເຜີຍວ່າ, ຟີລິບປິນໄດ້ເພີ່ມປະລິມານຄັງສຳຮອງນໍ້າມັນກາຊວນ ປະມານ 178.33 ລ້ານລິດ ເພື່ອຊ່ວຍເສີມສ້າງການສະໜອງພາຍໃນປະເທດໃຫ້ແຂງແຮງຂຶ້ນ, ໃນຂະນະດຽວກັນເຈົ້າໜ້າທີ່ກຳລັງພະຍາຍາມຢ່າງໜັກເພື່ອຮັບມືກັບຄວາມຜັນຜວນຂອງຕະຫຼາດນໍ້າມັນໂລກ ແລະ ຄວາມເຄັ່ງຕຶງໃນຕາເວັນອອກກາງ.

ທ່ານ ຊາຣອນ ກາຣິນ ລັດຖະມົນຕີວ່າການກະຊວງພະລັງງານຂອງ ຟີລິບປິນ ໄດ້ກ່າວເນັ້ນໜັກວ່າ: ການນຳເຂົ້ານໍ້າມັນທັນເວລາແມ່ນມີຄວາມສຳຄັນຕໍ່ການຮັກສາຄັງສຳຮອງນໍ້າມັນເຊື້ອໄຟ ແລະ ຮັບປະກັນການດຳເນີນງານຢ່າງຕໍ່ເນື່ອງຂອງຂະແໜງການທີ່ສຳຄັນເຊັ່ນ: ການຂົນສົ່ງ, ໂລຈິສຕິກ, ການຜະລິດໄຟຟ້າ, ກະສິກຳ ແລະ ອຸດສາຫະກຳ.

ທ່ານ ກາຣິນ ກ່າວວ່າ: ທ່າມກາງຄວາມຂັດແຍ້ງໃນຕາເວັນອອກກາງ, ລັດຖະບານມີຄວາມມຸ່ງໝັ້ນທີ່ຈະເຮັດວຽກເພື່ອຮັບປະກັນວ່າຟີລິບປິນມີຄວາມພ້ອມ, ມີການສະໜອງທີ່ພຽງພໍ ແລະ ສາມາດຕອບສະໜອງໄດ້ຢ່າງວ່ອງໄວຕໍ່ເຫດການທີ່ອາດຈະສົ່ງຜົນກະທົບຕໍ່ຄວາມພ້ອມຂອງນໍ້າມັນເຊື້ອໄຟ ແລະ ສະຖຽນລະພາບຂອງຕະຫຼາດ.

ແບ່ງປັນ:

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ