MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມືອງພຽງ ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026

ເມືອງພຽງ ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026

Pele
ເຜີຍແຜ່: 4 May 2026, 11:48
ປັບປຸງຫຼ້າສຸດ: 4 May 2026, 11:48
ອ່ານ 48 ຄັ້ງ
ເມືອງພຽງ ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026

ຫ້ອງການສາທາລະນະສຸກ ເມືອງພຽງ ແຂວງໄຊຍະບູລີ ໄດ້ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026 ຂຶ້ນໃນວັນທີ 30 ເມສາຜ່ານມາ ຢູ່ທີ່ຫ້ອງປະຊຸມບ້ານ ເມືອງພຽງ ໂດຍການເຂົ້າຮ່ວມຂອງທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳວຽກງານວັດທະນະທຳສັງຄົມ, ມີອົງການປົກຄອງບ້ານອ້ອມຂ້າງເຂດເມືອງພຽງ, ພະນັກງານແພດໝໍ, ພ້ອມດ້ວບປະຊາຊົນພາຍໃນບ້ານເມືອງພຽງເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດສະຫຼູບການເຄື່ອນ ໄຫວ ແລະ ຄວບຄຸມຕ້ານການລະບາດພະຍາດໄຂ້ຍຸງລາຍ ຊຶ່ງໃນໄລຍະຜ່ານມາຫ້ອງການສາທາລະນະສຸກເມືອງແມ່ນໄດ້ປະຕິບັດຕາມທິດຂອງກະຊວງສາທາລະນະສຸກທີ່ວ່າ: ຖືເອົາວຽກງານອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ ຖືເອົາການປິ່ນປົວ ແລະ ສະໜອງການບໍລິການສຸຂະພາບຢ່າງທົ່ວເຖີງ, ມີຄຸນນະພາບ, ຍຸດຕິທຳ ແລະ ສະເໝີພາບເປັນສຳຄັນ. ເອົາໃຈໃສ່ຕໍ່ກັບວຽກງານກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ກັນ ແລະ ຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ ໂດຍຖືເປັນບູລິມະສິດທີ່ສໍາຄັນ ຊຶ່ງໄດ້ຄວບຄຸມພາຫະນຳເຊື້ອເປັນຕົ້ນແມ່ນໄດ້ສ້າງຂະບວນການອະນາໄມທໍາລາຍແຫຼ່ງເພາະພັນຍຸງລາຍເພື່ອກໍາຈັດຕົວອ່ອນ, ຂ້າຕົວແກ່ ດ້ວຍການພົ່ນຢາ, ເຝົ້າລະວັງການລະບາດພະຍາດດ້ວຍການຕິດຕາມການທໍາລາຍໜອນນໍ້າຍຸງລາຍຢູ່ແຕ່ລະເຂດທຸກໆ 8 ຄໍ່າ ແລະ 15 ຄໍ່າ, ຖ້າບ້ານໃດເກີດການລະບາດ ແມ່ນເຮັດອານາໄມ ອາທິດລະຄັ້ງ ແລະ ປຸກລະດົມທຸກພາກສ່ວນທີ່ກ່ຽວຂ້ອງໃຫ້ມີສ່ວນຮ່ວມໃນການເຝົ້າລະວັງ, ກັນ ແລະ ສະກັດກັ້ນບໍ່ໃຫ້ມີການແຜ່ລະບາດແບບລາມກວ້າງ, ພ້ອມທັງມີແຜນການ ແລະ ມາດຕະການຢ່າງລະອຽດ, ເອົາໃຈໃສ່ປ້ອງກັນພະຍາດໄຂ້ຍຸງລາຍ ດ້ວຍການປະຕິບັດຫຼັກການ 5 ປໍ ຄື: ປໍປິດ (ປິດຝາພາສະນະທີ່ມີນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່), ປໍປ່ຽນ (ປ່ຽນນ້ຳ ແລະ ຜັດພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານໂຕ່ງນ້ຳທາງຫຼັງຕູ້ເຢັນ), ປໍປ່ອຍ (ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ), ປໍປັບປຸງສຸຂະອະນາໄມ (ບໍ່ໃຫ້ມີນ້ຳຄ້າງຂັງໃນກະໂປະ, ກະປ໊ອງ, ຮາງລີນ, ຢາງຕີນລົດເກົ່າ, ໃນແຕ່ລະຄອບຄົວໃຫ້ມີການກວດກາ ແລະ ກໍາຈັດແຫຼ່ງແຜ່ພັນຂອງຍຸງລາຍອາທິດລະ 1 ຄັ້ງໃນຂອບເຂດທີ່ຢູ່ອາໄສຂອງຕົນເອງ), ປໍປະຕິບັດ (ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍໃກ້ບ້ານທ່ານ),

ໂອກາດນີ້, ທ່ານ ບຸນທະວີ ຊົງເຮີ ໄດ້ກ່າວເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ປະຈໍາປີ 2026 ຢ່າງເປັນທາງການ.

(ຂ່າວ: ວົງສະຫວັນ ສຸທິໂວຫານ)

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ