ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເກີດເຫດໂຮງງານຜະລິດພຸໄຟລະເບີດຄັ້ງໃຫຍ່ຢູ່ ສປ ຈີນ ເສຍຊີວິດແລ້ວ 26 ຄົນ ບາດເຈັບຫລາຍກວ່າ 60 ຄົນ

ໂດຍ Jenjila
· 7 ເດືອນ ກ່ອນອ່ານ 1 ນາທີ65 ຄັ້ງ
ເກີດເຫດໂຮງງານຜະລິດພຸໄຟລະເບີດຄັ້ງໃຫຍ່ຢູ່ ສປ ຈີນ ເສຍຊີວິດແລ້ວ 26 ຄົນ ບາດເຈັບຫລາຍກວ່າ 60 ຄົນ
ADadvertisement
ADadvertisement
ADadvertisement
ເກີດເຫດໂຮງງານຜະລິດພຸໄຟລະເບີດຄັ້ງໃຫຍ່ຢູ່ ສປ ຈີນ ເສຍຊີວິດແລ້ວ 26 ຄົນ ບາດເຈັບຫລາຍກວ່າ 60 ຄົນ

ສໍານັກຂ່າວ BBC ລາຍງານວ່າ: ເວລາ ປະມານ 16:40 ໂມງ, ວັນທີ 4 ພຶດສະພາ 2026 ເກີດເຫດລະເບີດຮຸນແຮງຢູ່ໂຮງງານຜະລິດພຸໄຟ ຮວາເສີງ (Huasheng Fireworks) ໃນເມືອງ ຫລິວຢາງ ແຂວງຫູໜານ ທາງພາກໃຕ້ຂອງ ສປ ຈີນ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 26 ຄົນ ແລະ ບາດເຈັບ 61 ຄົນ.

ເກີດເຫດໂຮງງານຜະລິດພຸໄຟລະເບີດຄັ້ງໃຫຍ່ຢູ່ ສປ ຈີນ ເສຍຊີວິດແລ້ວ 26 ຄົນ ບາດເຈັບຫລາຍກວ່າ 60 ຄົນ · ຮູບທີ 2

ແຮງລະເບີດໄດ້ເຮັດໃຫ້ປ່ອງຢ້ຽມ ແລະ ປະຕູເຮືອນປະຊາຊົນໃນລັດສະໝີ 1 ກິໂລແມັດ ເພພັງເສຍຫາຍໜັກໜ່ວງ, ເຈົ້າໜ້າທີ່ຕ້ອງເລັ່ງອົບພະຍົບຜູ້ຄົນອອກຈາກພື້ນທີ່ໃກ້ຄຽງໃນໄລຍະ 3 ກິໂລແມັດທັນທີ ເພາະຢ້ານເກີດການລະເບີດຊ້ຳຊ້ອນຈາກສາງ “ ໝື້ “ ທີ່ຢູ່ໃກ້ຄຽງ.

ເກີດເຫດໂຮງງານຜະລິດພຸໄຟລະເບີດຄັ້ງໃຫຍ່ຢູ່ ສປ ຈີນ ເສຍຊີວິດແລ້ວ 26 ຄົນ ບາດເຈັບຫລາຍກວ່າ 60 ຄົນ · ຮູບທີ 3

ເຈົ້າໜ້າທີ່ກູ້ໄພຫຼາຍກວ່າ 1,500 ຄົນ ໄດ້ລະດົມກຳລັງເຂົ້າຄົ້ນຫາຜູ້ປະສົບໄພ. ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ມີຄຳສັ່ງໃຫ້ເລັ່ງຊ່ວຍເຫລືອຜູ້ບາດເຈັບຢ່າງສຸດຄວາມສາມາດ ແລະ ໃຫ້ດຳເນີນຄະດີກັບຜູ້ມີສ່ວນຮັບຜິດຊອບຢ່າງເຖິງທີ່ສຸດ.

ເກີດເຫດໂຮງງານຜະລິດພຸໄຟລະເບີດຄັ້ງໃຫຍ່ຢູ່ ສປ ຈີນ ເສຍຊີວິດແລ້ວ 26 ຄົນ ບາດເຈັບຫລາຍກວ່າ 60 ຄົນ · ຮູບທີ 4

ສື່ທາງການຈີນໄດ້ລາຍງານວ່າ ປັດຈຸບັນຕຳຫລວດໄດ້ເຂົ້າຄວບຄຸມຕົວຜູ້ບໍລິຫານຂອງໂຮງງານດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ ເພື່ອດໍາເນີນການສອບສວນ.

ເກີດເຫດໂຮງງານຜະລິດພຸໄຟລະເບີດຄັ້ງໃຫຍ່ຢູ່ ສປ ຈີນ ເສຍຊີວິດແລ້ວ 26 ຄົນ ບາດເຈັບຫລາຍກວ່າ 60 ຄົນ · ຮູບທີ 5

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 65 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່