ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ກັກຕົວໄວລຸ້ນຫລວງພະບາງ ດັດແປງສະພາບເຕັກນິກລົດ ມາສຶກສາອົບຮົມ

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 1 ນາທີ46 ຄັ້ງ
ເຈົ້າໜ້າທີ່ກັກຕົວໄວລຸ້ນຫລວງພະບາງ ດັດແປງສະພາບເຕັກນິກລົດ ມາສຶກສາອົບຮົມ
ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ກັກຕົວໄວລຸ້ນຫລວງພະບາງ ດັດແປງສະພາບເຕັກນິກລົດ ມາສຶກສາອົບຮົມ

ໂທລະພາບ ແຂວງຫລວງພະບາງ ລາຍງານວ່າ: ວັນທີ 5 ພືດສະພາ 2026 ເຈົ້າໜ້າທີ່ກອງວິຊາສະເພາະຕໍາຫລວດຈະລາຈອນ ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນ ຫລວງພະບາງ ໄດ້ຈັດພິທີສຶກສາອົບຮົມບັນດາກຸ່ມແກ້ງ ຂັບຂີ່ທີ່ລະເມີດລະບຽບກົດຈະລາຈອນ ແລະ ດັດແປງສະພາບເຕັກນິກລົດຈັກ ໂດຍເປັນປະທານຂອງ ພັນໂທ ໄວຍະສັກ ຄຳພິຈິດ ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບນະຄອນ, ມີຄະນະພະແນກການ, ນັກຂັບຂີ່ທີ່ລະເມີດລະບຽບ ແລະ ຜູ້ປົກຄອງເຂົ້າຮ່ວມ.

ເຈົ້າໜ້າທີ່ກັກຕົວໄວລຸ້ນຫລວງພະບາງ ດັດແປງສະພາບເຕັກນິກລົດ ມາສຶກສາອົບຮົມ · ຮູບທີ 2

ພັນໂທ ອານົງ ມິ່ງຄຳ ຮອງຫົວໜ້າພະແນກຕຳຫລວດ ຜູ້ຊີ້ນຳກອງຈະລາຈອນ ກອງບັນຊາການປ້ອງກັນຄວາມສະຫງົບນະຄອນ ໄດ້ລາຍງານວ່າ: ເຈົ້າໜ້າທີ່ກອງວິຊາສະເພາະ ຕໍາຫລວດຈະລາຈອນ ໄດ້ ອອກເຄື່ອນໄຫວ ສະກັດກັ້ນກຸ່ມແກ້ງທີ່ຜິດລະບຽບ ໂດຍຕັ້ງຈຸດກວດກາ ແລະ ຕິດຕາມເປົ້າໝາຍແບ່ງເປັນ 2 ໄລຍະຄື:

– ກ່ອນບຸນການປີໃໝ່ລາວ ໃຊ້ເວລາ 4 ຄັ້ງ (4) ວັນ ສາມາດສະກັດຈັບລົດຈັກໄດ້ 15 ຄັນ

– ໄລຍະບຸນປີໃໝ່ ສາມາດກັກລົດໄດ້ 5 ຄັນ ລວມທັງໝົດ 20 ຄັນ, ໃນນັ້ນ ມີລົດລະເມີດ ດັດແປງໃສ່ທໍ່ສຽງດັງ, ລົດລະເມີດ ດັດແປງໃສ່ຢາງນ້ອຍໜ້າ-ຫລັງ, ລົດລະເມີດ ດັດແປງບາດເບາະ, ລົດລະເມີດ ບໍ່ໃສ່ແວ່ນຊ່ອງຂ້າງ ຫລື ແວ່ນຊ່ອງຫລັງ ແລະລົດບໍ່ມີເອກະສານ.

ເຈົ້າໜ້າທີ່ກັກຕົວໄວລຸ້ນຫລວງພະບາງ ດັດແປງສະພາບເຕັກນິກລົດ ມາສຶກສາອົບຮົມ · ຮູບທີ 3

ຜ່ານການສຶກສາອົບຮົມໃນຄັ້ງນີ້ ພວກກ່ຽວໄດ້ຍອມຮັບສາລະພາບຕໍ່ຄວາມຜິດຂອງຕົນ ແລະ ຈະຂໍຍອມປ່ຽນແປງ ຈະບໍ່ໃຫ້ມີການກະທໍາຜິດໃດໆ ຕໍ່ກັບລະບຽບກົດໝາຍ ໂດຍສະເພາະການຂັບຂີ່ລົດໃຫ້ຖືກຕ້ອງທຸກຮູບການ.

ເຈົ້າໜ້າທີ່ກັກຕົວໄວລຸ້ນຫລວງພະບາງ ດັດແປງສະພາບເຕັກນິກລົດ ມາສຶກສາອົບຮົມ · ຮູບທີ 4

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່