ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ທອງລຸນ ສີສຸລິດ ໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ເນັ້ນຫຼາຍບັນຫາໃຫ້ແນວລາວສ້າງຊາດສືບຕໍ່ເອົາໃຈໃສ່

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 5 ນາທີ56 ຄັ້ງ
ທ່ານ ທອງລຸນ ສີສຸລິດ ໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ເນັ້ນຫຼາຍບັນຫາໃຫ້ແນວລາວສ້າງຊາດສືບຕໍ່ເອົາໃຈໃສ່
ADadvertisement
ADadvertisement
ADadvertisement
ທ່ານ ທອງລຸນ ສີສຸລິດ ໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ເນັ້ນຫຼາຍບັນຫາໃຫ້ແນວລາວສ້າງຊາດສືບຕໍ່ເອົາໃຈໃສ່

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ. ໂດຍສະຫາຍໄດ້ເນັ້ນຫຼາຍບັນຫາສໍາຄັນໃຫ້ແນວລາວສ້າງຊາດແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ ເພື່ອໃຫ້ວຽກງານມີການປ່ຽນແປງຢ່າງຕັ້ງໜ້າ.

ສະຫາຍ ທອງລຸນ ສີສຸລິດ ເນັ້ນໜັກວ່າ: ແນວລາວສ້າງຊາດຕ້ອງໄດ້ໃຫ້ຄວາມສໍາຄັນຕໍ່ການສືບຕໍ່ຕັ້ງໜ້າເສີມຂະຫຍາຍທີ່ຕັ້ງ, ບົດບາດຂອງແນວລາວສ້າງຊາດໃນການເຕົ້າໂຮມມະຫາສາມັກຄີເປັນປຶກແຜນຂອງຊາດ, ເຊີດຊູສະຕິເປັນເຈົ້າ, ເອກະພາບເປັນອັນໜຶ່ງອັນດຽວ, ຍົກສູງຈິດໃຈເອ ກະລາດເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດ ຊອບຂອງຄົນລາວຕໍ່ຊາຕາກຳຂອງປະເທດຊາດ, ບໍ່ໃຫ້ອິດທິກຳລັງໃດໆມາມ້າງເພ ແລະ ທໍາລາຍໄດ້. ຕ້ານບັນດາປັດໄຈໜໍ່ແໜງ, ການສວຍໃຊ້ສາສະໜາ, ບັນຫາສິດທິມະນຸດ, ບັນຫາປະຊາທິປະໄຕແບບຈອມປອມເຂົ້າມາມ້າງເພປະເທດຊາດ ເພື່ອຫັນເອົາແນວຄິດຂອງຄົນລາວເຜົ່າຕ່າງໆໄປສູ່ຄວາມແຕກແຍກ, ແບ່ງຊັ້ນວັນນະ, ແບ່ງແຍກຄວາມສາມັກຄີ. ຕັ້ງໜ້າເຂົ້າຮ່ວມໃນຂະບວນການສະກັດກັ້ນບັນດາປະກົດການຫຍໍ້ທໍ້ເຊັ່ນ: ບັນຫາຢາເສບຕິດ, ໄພສັງຄົມ, ການສວຍໃຊ້ຖານະຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວໃນຖັນແຖວພະນັກງານ, ການສໍ້ລາດບັງຫຼວງ, ການຟຸ່ມເຟືອຍ ແລະ ອື່ນໆ; ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມຕ້ອງຍົກສູງຄວາມຮັບຜິດຊອບ ໃນການເສີມຂະຫຍາຍບົດບາດ ຕິດຕາມ, ກວດກາສຽງສະທ້ອນສັງຄົມ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງລັດ; ເສີມຂະຫຍາຍປະຊາທິປະໄຕໃນສັງຄົມຢ່າງມີຈຸດສຸມ, ສ້າງກົນໄກ ແລະ ລະບຽບການສົ່ງເສີມ ແລະ ຮັບປະກັນໃຫ້ມະຫາຊົນ ໄດ້ເຂົ້າຮ່ວມກວດກາການເຄື່ອນໄຫວຂອງພັກ, ຂອງອົງການລັດ, ຕິດຕາມ, ກວດກາຜູ້ປະຕິບັດໜ້າທີ່ ແລະ ແຈ້ງຂ່າວໃຫ້ການຈັດຕັ້ງຢ່າງທັນການ ດ້ວຍຄວາມເປັນຈິງ ແລະ ສະ ເໜີ ທາງອອກດ້ວຍຄວາມສ້າງສັນບົນຖື້ນຖານຫຼັກການ “ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຂົ້າຮ່ວມ, ປະຊາຊົນກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ”; ແນວລາວສ້າງຊາດ ຕ້ອງປ່ຽນແປງຢ່າງແຂງແຮງວິທີການຂົນຂວາຍມະຫາຊົນ, ຕ້ອງໃກ້ຊິດກັບມະຫາຊົນດ້ວຍຫຼາຍຮູບແບບ, ຫຼາຍຮູບການ, ຫຼີກລ່ຽງການຫັນເປັນແບບບໍລິຫານອ້ອຍຕ້ອຍ; ຕ້ອງສືບຕໍ່ຢຶດໝັ້ນແບບແຜນທີ່ຖືເອົາການຂົນຂວາຍຊັກຊວນ, ການປຶກສາຫາລື, ປະສານສົມທົບ, ຄວາມເປັນເອກະພາບ ແລະ ຮ່ວມສໍາພັນເປັນພື້ນຖານໃນການເຄື່ອນໄຫວຂອງຕົນ; ປັບປຸງແບບແຜນ, ວິທີ, ເນື້ອໃນ ແລະ ຮູບການເຄື່ອນໄຫວໃຫ້ສອດຄ່ອງ, ອຸດົມຮັ່ງມີ, ຫຼາຍຮູບຫຼາຍສີ, ເໝາະສົມກັບເງື່ອນໄຂໃນໄລຍະໃໝ່ ແລະ ແທດເໝາະກັບແຕ່ລະເປົ້າໝາຍ. ຕ້ອງຫັນການເຄື່ອນໄຫວລົງຮາກຖານ, ເຈືອຈານເຂົ້າກັບມະຫາຊົນ ແລະ ຂະບວນການວຽກງານຕົວຈິງ, ໃກ້ຊິດຕິດພັນກັບປະຊາຊົນ, ກັບຮາກຖານແນວລາວສ້າງຊາດ ຢູ່ຂັ້ນທ້ອງຖິ່ນ (ບ້ານ, ຕາແສງ, ເມືອງ ຕ້ອງໄດ້ມີໜ້າທີ່ເຕົ້າໂຮມຄວາມສາມັກຄີ. ເວລາດຽວກັນນັ້ນ, ຕ້ອງເປັນຜູ້ໄກ່ເກ່ຍຄວາມຂັດແຍ້ງທີ່ເກີດຂຶ້ນໃນທ້ອງຖິ່ນໃນຊຸມຊົນຢ່າງມີຄວາມນິ້ມນວນ, ເປັນທໍາ ແລະ ສັກສິດ; ຕັ້ງໜ້າປຸກລະດົມປະຊາຊົນລາວບັນດາເຜົ່າສ້າງວິຖີຊີວິດແບບໃໝ່, ແບບແຜນການດໍາລົງຊີວິດ, ຮູ້ທຳມາຫາກິນແບບໃໝ່ທີ່ກ້າວໜ້າ, ຮູ້ນໍາໃຊ້ທ່າແຮງຂອງແຕ່ລະທ້ອງຖິ່ນ, ຂອງແຕ່ລະຄອບຄົວ ເພື່ອເຮັດໃຫ້ແນວທາງ, ນະໂຍບາຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ເກີດຂຶ້ນ; ຕັ້ງໜ້າ ແລະ ເປັນເຈົ້າການເຂົ້າຮ່ວມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ສືບຕໍ່ຈັດຕັ້ງປະຕິບັດໂຄງການ “ສ້າງກອງທຶນບ້ານສາມັກຄີ ແລະ ພັດທະນາ” ດ້ວຍຮູບແບບການຮ່ວມມືລະຫວ່າງແນວລາວສ້າງຊາດ, ນັກທຸລະກິດ ແລະ ປະຊາຊົນສ້າງໄດ້ຮູບແບບການທໍາມາຫາກິນທີ່ກ້າວໜ້າ, ມີລັກສະນະຂະຫຍາຍຕົວ, ຕໍ່ຍອດ, ຄົ້ນຄວ້າວິທີນໍາພາປະຊາຊົນ ຮູ້ດໍາເນີນການຜະລິດເປັນສິນຄ້າ, ສ້າງກອງທຶນພັດທະນາຕາມທ້ອງຖິ່ນ, ສ້າງເປັນໜ່ວຍຜະລິດລວມໝູ່ ເພື່ອສົ່ງເສີມການຜະລິດ ແລະ ການຈໍາໜ່າຍ ເພື່ອກ້າວຂຶ້ນເປັນສະຫະກອນເທື່ອລະກ້າວ. ເພີ່ມທະວີຄວາມສາມັກຄີສາກົນ ແລະ ເປີດກ້ວາງສາຍພົວພັນການທູດປະຊາຊົນຕາມແນວທາງການຕ່າງປະເທດຂອງພັກ-ລັດເຮົາ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບອົງການແນວໂຮມ ແລະ ອົງການຈັດຕັ້ງປະຊາຊົນຂອງປະເທດເພື່ອນມິດທີ່ມີມູນເຊື້ອ, ປະເທດເພື່ອນບ້ານໃກ້ຄຽງ, ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການສະໜັບສະໝູນຊ່ວຍເຫຼືອປະກອບສ່ວນເຂົ້າໃນໂຄງການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດເຮົາ.

ສະຫາຍ ທອງລຸນ ສີສຸລິດ ກ່າວຕື່ມວ່າ: ສໍາລັບແນວລາວສ້າງຊາດຂັ້ນທ້ອງຖິ່ນ ຕ້ອງໄດ້ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີກັບປະຊາຊົນປະເທດເພື່ອນບ້ານແນໃສ່ຂົນຂວາຍປະຊາ ຊົນປະຕິບັດແນວທາງ, ນະໂຍບາຍໃນການປົກປັກຮັກສາຊາຍແດນ, ເຂດນໍ້າແດນດິນຂອງຕົນ, ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຮັບຜົນປະໂຫຍດກັບປະຊາຊົນປະເທດທີ່ມີຊາຍແດນຕິດຈອດກັນ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ເພື່ອການພັດທະນາ; ສົ່ງເສີມການໄປມາຫາສູ່ ລະຫວ່າງປະຊາຊົນໃຫ້ຖືກຕ້ອງຕາມລະບຽບ ເພື່ອແລກປ່ຽນວັດທະນະທໍາ, ດຶງດູດການລົງທຶນ, ການຄ້າ ແລະ ການທ່ອງ ທ່ຽວ ໃຫ້ນັບມື້ນັບຫຼາຍຂຶ້ນ; ສືບຕໍ່ເຕົ້າໂຮມຂົນຂວາຍ ແລະ ສ້າງເງື່ອນໄຂໃຫ້ຄົນລາວຢູ່ຕ່າງປະເທດ ທີ່ມີຈິດໃຈຮັກເຊື້ອແພງຊາດອວ່າຍໜ້າມາຫາປະເທດຊາດ ເພື່ອປະກອບສ່ວນເຂົ້າໃນພັດທະນາປະເທດຊາດ. ພ້ອມນັ້ນ, ກໍເອົາໃຈໃສ່ປຸກລະດົມຊາວຕ່າງດ້າວ, ຊາວຕ່າງປະເທດທີ່ດຳລົງຊີວິດ, ທຳມາຫາກິນ ແລະ ປະຕິບັດໜ້າທີ່ ຢູ່ ສປປ ລາວ ໃຫ້ຮັບຮູ້-ເຂົ້າໃຈ ແລະ ເຄົາລົບລະບຽບກົດໝາຍ, ວັດທະນະທຳຮີດຄອງປະເພນີອັນດີງາມຂອງລາວ ແລະ ມີຄວາມສາມັກຄີກັບປະຊາຊົນລາວບັນດາເຜົ່າ, ທັງປະ ກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາ ສປປ ລາວ.

ໂດຍ: ວັນເພັງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 56 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່