ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຈັບອ້າຍນ້ອງຊ່າງແອ ທຳຮ້າຍຮ່າງກາຍຜູ້ຂັບຂີ່ລົດຕັດໜ້າໄດ້ຮັບບາດເຈັບ

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ77 ຄັ້ງ
ຈັບອ້າຍນ້ອງຊ່າງແອ ທຳຮ້າຍຮ່າງກາຍຜູ້ຂັບຂີ່ລົດຕັດໜ້າໄດ້ຮັບບາດເຈັບ
ADadvertisement
ADadvertisement
ADadvertisement

ຈາກກໍລະນີການທຳຮ້າຍຮ່າງກາຍປະຊາຊົນ ຢູ່ບ້ານສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 3 ພຶດສະພາ 2026 ຜ່ານມາ ທີ່ເປັນກະແສວິພາກວິຈານໃນສື່ສັງຄົມອອນລາຍ, ຫຼ້າສຸດ ເຈົ້າໜ້າທີ່ ປກສສາມາດກັກຕົວຜູ້ກໍ່ເຫດໄດ້ແລ້ວ.

ຈັບອ້າຍນ້ອງຊ່າງແອ ທຳຮ້າຍຮ່າງກາຍຜູ້ຂັບຂີ່ລົດຕັດໜ້າໄດ້ຮັບບາດເຈັບ

ຈາກການສອບສວນຂອງເຈົ້າໜ້າທີ່ລະບຸວ່າ: ຜູ້ກໍ່ເຫດຊື່ທ້າວ ສຸລິຍັນ ອາຍຸ 37 ປີ ແລະ ທ້າວ ສຸລິຍາ ອາຍຸ 35 ປີ ໄດ້ກໍ່ເຫດທຳຮ້າຍຮ່າງກາຍ ທ້າວ ອານົນ ເຊິ່ງກ່ອນເກີດເຫດທັງ 2 ໄດ້ໄປແປງແອ ຢູ່ທີ່ບ້ານສວນມອນ ກໍໄດ້ດື່ມແອວກໍຣໍ ກັນຈົນເມົາ ແລ້ວໃນລະຫວ່າງທີ່ທັງສອງກຳລັງຂັບລົດກັບບ້ານ ໄດ້ມີລົດເກັງສີດຳ ຂອງຜູ້ເສຍຫາຍ ໄດ້ຂັບມາຕັດໜ້າ ທັງ 2 ເຊິ່ງເກີດອາການໃຈຮ້າຍ ແລະ ໄດ້ບີບແກໄລ່ ຈົນລົດຄັນດຳ ຈອດ,ຜູ້ເປັນນ້ອງ ຈຶ່ງໄດ້ລົງໄປດຶງຜູ້ກ່ຽວລົງຈາກລົດ ແລະ ຍູ້ ຈົນຜູ້ເສຍຫາຍຫົວແຕກ ແລ້ວ ທັງ 2 ກໍໄດ້ຂຶ້ນລົດແລ້ວຂັບໜີໄປ.

ຈັບອ້າຍນ້ອງຊ່າງແອ ທຳຮ້າຍຮ່າງກາຍຜູ້ຂັບຂີ່ລົດຕັດໜ້າໄດ້ຮັບບາດເຈັບ · ຮູບທີ 2

ປັດຈຸບັນ, ທັງສອງຖືກເຈົ້າໜ້າທີ່ສອບສວນ ແລະ ດຳເນີນຄະດີຕາມກົດໝາຍ.

ຈັບອ້າຍນ້ອງຊ່າງແອ ທຳຮ້າຍຮ່າງກາຍຜູ້ຂັບຂີ່ລົດຕັດໜ້າໄດ້ຮັບບາດເຈັບ · ຮູບທີ 3

ຂ່າວ: ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 77 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່