ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ການກຳນົດຈຸດປັກຫຼັກໝາຍຊາຍແດນລາວ-ກຳປູເຈຍ ສຳເລັດແລ້ວ 280 ຫຼັກໝາຍ ຢູ່ ແຂວງ ຈຳປາສັກ

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 2 ນາທີ66 ຄັ້ງ
ການກຳນົດຈຸດປັກຫຼັກໝາຍຊາຍແດນລາວ-ກຳປູເຈຍ ສຳເລັດແລ້ວ 280 ຫຼັກໝາຍ ຢູ່ ແຂວງ ຈຳປາສັກ
ADadvertisement
ADadvertisement
ADadvertisement

​

ການກຳນົດຈຸດປັກຫຼັກໝາຍຊາຍແດນລາວ-ກຳປູເຈຍ ສຳເລັດແລ້ວ 280 ຫຼັກໝາຍ ຢູ່ ແຂວງ ຈຳປາສັກ

ກອງສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ ເມືອງ ໂຂງ ແຂວງ ຈຳປາສັກ ໄດ້ສະຫຼຸບ ການຈັດຕັ້ງປະຕິບັດວຽກງານພາຍໃນປີ 2025 ທີ່ຜ່ານມາ.​ 

ໂດຍລວມແລ້ວ, ແຕ່ເດືອນ ພຶດສະພາ 2023 ມາເຖິງທ້າຍປີ 2025, ວຽກງານກຳນົດຈຸດປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ ແມ່ນສຳເລັດແລ້ວ 280 ຫຼັກໝາຍ ຈາກທັງໝົດ 510 ຫຼັກໝາຍ (ເທົ່າກັບ 54.9%) ແລະ ກໍ່ສ້າງສຳເລັດແລ້ວ 213 ຫຼັກໝາຍ (ເທົ່າກັບ 41.76%).

ທ່ານ ພັນໂທ ໂພສະຫວັນ ພິມມະວົງ, ຫົວໜ້າພະແນກແຜນການສັງລວມ, ກະຊວງປ້ອງກັນປະເທດ ລາຍງານໃນວັນທີ 5 ພຶດສະພາ ນີ້ວ່າ: ຜົນສຳເລັດທີ່ພົ້ນເດັ່ນໃນປີ 2025 ແມ່ນສາມາດກຳນົດຈຸດທີ່ຈະປັກຫຼັກໝາຍແບບໃໝ່ປ່ຽນແທນຫຼັກໝາຍເກົ່າ ແລະ ປັກຫຼັກໝາຍເພີ່ມເຕີມໄດ້ທັງໝົດ 76 ຫຼັກໝາຍ, ພ້ອມທັງສຳເລັດການກໍ່ສ້າງຫຼັກໝາຍຕົວຈິງໃນພື້ນທີ່ໄດ້ເຖິງ 67 ຫຼັກໝາຍ.

ການກຳນົດຈຸດປັກຫຼັກໝາຍຊາຍແດນລາວ-ກຳປູເຈຍ ສຳເລັດແລ້ວ 280 ຫຼັກໝາຍ ຢູ່ ແຂວງ ຈຳປາສັກ · ຮູບທີ 2

ທີມງານວິຊາການໄດ້ນຳໃຊ້ເຕັກໂນໂລຊີ GPS ລະບົບສອງຄື້ນ ເພື່ອວັດແທກຄ່າພິກັດຫຼັກໝາຍໄດ້ 77 ຫຼັກໝາຍ (ແຕ່ຫຼັກໝາຍ 034 ຫາ 078) ແລະ ສຳເລັດການສ້າງຫຼັກບ໋ອກເຄົ້າພິກັດພື້ນຖານໃນຂັ້ນຕ່າງໆອີກຫຼາຍສິບຫຼັກ ເພື່ອເປັນບ່ອນອີງທາງດ້ານວິຊາການທີ່ຊັດເຈນ.

ໄດ້ມີການລົງສຳຫຼວດພື້ນທີ່ຕົວຈິງເພື່ອສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງຂົວຂ້າມເຊລຳເພົາ ແລະ ເສັ້ນທາງເຊື່ອມຕໍ່ໄປຍັງ ແຂວງ ເພຣຍວິເຮຍ ປະເທດ ກຳປູເຈຍ, ເພື່ອອຳນວຍຄວາມສະດວກໃນການໄປມາຫາສູ່ ແລະ ການຄ້າຂາຍລະຫວ່າງສອງຊາດ.

ສອງຝ່າຍໄດ້ຮ່ວມກັນທັງຕິດຕາມ ແລະ ແກ້ໄຂບັນຫາການບຸກເບີກເນື້ອທີ່ກະສິກຳ ທີ່ລ່ວງລໍ້າຊາຍແດນຢ່າງໃກ້ຊິດ. 

​ຜົນສຳເລັດດັ່ງກ່າວ ແມ່ນເກີດຈາກການປະສານງານກັນຂອງພະນັກງານວິຊາການຈາກຫຼາຍພາກສ່ວນ ບໍ່ວ່າຈະເປັນຈາກກະຊວງການຕ່າງປະເທດ, ກົມແຜນທີ່ກອງທັບ, ກອງບັນຊາການທະຫານຊາຍແດນ ແລະ ກົມແຜນທີ່ແຫ່ງຊາດ ທີ່ໄດ້ຮ່ວມແຮງຮ່ວມໃຈກັນປະຕິບັດໜ້າທີ່ ເພື່ອປົກປັກຮັກສາອະທິປະໄຕ ແລະ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືແບບຍືນຍົງ.

ການກຳນົດຈຸດປັກຫຼັກໝາຍຊາຍແດນລາວ-ກຳປູເຈຍ ສຳເລັດແລ້ວ 280 ຫຼັກໝາຍ ຢູ່ ແຂວງ ຈຳປາສັກ · ຮູບທີ 3

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 66 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່