ວັນພະຫັດ ທີ 19 ພະຈິກ 2026ອັບເດດລ່າສຸດ 01:00ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລັດຖະມົນຕີກະຊວງ ຍທຂ ລົງຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ ແມ່ນ້ຳຂອງ ແລະ ແມ່ນ້ຳເຫືອງ ຢູ່ແຂວງໄຊຍະບູລີ

ໂດຍ Pele
· 6 ເດືອນ ກ່ອນອ່ານ 2 ນາທີ47 ຄັ້ງ
ລັດຖະມົນຕີກະຊວງ ຍທຂ ລົງຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ ແມ່ນ້ຳຂອງ ແລະ ແມ່ນ້ຳເຫືອງ ຢູ່ແຂວງໄຊຍະບູລີ
ADadvertisement
ADadvertisement
ADadvertisement

ວັນທີ 10-11 ພຶດສະພາ 2026ນີ້ ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ລວມມີຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານວິຊາການ ກະຊວງ ຍທຂ ລົງຕິດຕາມການພັດທະນາພື້ນຖານໂຄງລ່າງ ຢູ່ແຂວງໄຊຍະບູລີ ໂດຍສະເພາະແມ່ນໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ຕາມສາຍແມ່ນໍ້າຂອງ ລຽບຕາມຊາຍແດນ ລາວ-ໄທ ແລະ ໂຄງການກໍ່ສ້າງຕ້ານເຈື່ອນ ລຽບສາຍນໍ້າເຫືອງ ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ. ມີທ່ານ ເພັງນິລັນ ຄຳພັນເພັງ ເລຂາພັກແຂວງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ, ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ ຍທຂ ແຂວງໄຊຍະບູລີ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ.

ລັດຖະມົນຕີກະຊວງ ຍທຂ ລົງຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ ແມ່ນ້ຳຂອງ ແລະ ແມ່ນ້ຳເຫືອງ ຢູ່ແຂວງໄຊຍະບູລີ

ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ໄດ້ລານງານວ່າ: ວຽກງານປ້ອງກັນຕ້ານເຈື່ອນ ແລະ ນໍ້າຖ້ວມໄດ້ສໍາເລັດການສໍາຫລວດ-ອອກແບບປ້ອງກັນຕາຝັ່ງເຈື່ອນນໍ້າເຫືອງ ແລະ ນໍ້າຂອງໄດ້ທັງໝົດ 14 ຈຸດ 11 ໂຄງການ, ເມືອງບໍ່ແຕນ 3 ໂຄງການ, ເມືອງແກ່ນທ້າວ 5 ໂຄງການ ແລະ ເມືອງປາກລາຍມີ 3 ໂຄງການ ລວງຍາວ 19,216 ແມັດ, ມູນຄ່າກໍ່ສ້າງແມ່ນ 1,20 ຕື້ກວ່າກີບ.

ລັດຖະມົນຕີກະຊວງ ຍທຂ ລົງຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ ແມ່ນ້ຳຂອງ ແລະ ແມ່ນ້ຳເຫືອງ ຢູ່ແຂວງໄຊຍະບູລີ · ຮູບທີ 2

ສ່ວນໂຄງການກໍ່ສ້າງປ້ອງກັນເຈື່ອນ ທີ່ພວມຈັດຕັ້ງປະຕິບັດ ມີຈໍານວນ 9 ໂຄງການຄື: ເມືອງປາກລາຍ 2 ໂຄງການ, ເມືອງແກ່ນທ້າວ 5 ໂຄງການ ແລະ ເມືອງບໍ່ແຕນ 2 ໂຄງການ, ລວງຍາວທັງໝົດ 15,102 ແມັດ, ມູນຄ່າການກໍ່ສ້າງ 465,40 ຕື້ກີບ, ທັງໝົດນີ້ສາມາດປ້ອງກັນການເຊາະເຈື່ອນໄດ້ແລ້ວ 9,410 ແມັດ ແລະ ພວມຈັດຕັ້ງການປ້ອງກັນການກັດເຊາະເຈື່ອນ 5,692 ແມັດ.

ລັດຖະມົນຕີກະຊວງ ຍທຂ ລົງຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ ແມ່ນ້ຳຂອງ ແລະ ແມ່ນ້ຳເຫືອງ ຢູ່ແຂວງໄຊຍະບູລີ · ຮູບທີ 3

ການລົງມາຕິດຕາມຄັ້ງນີ້ ໄດ້ຕິດຕາມສະພາບ ຂົວຂ້າມນ້ຳຂອງເມືອງປາກລາຍ, ເບິ່ງກໍ່ສ້າງຕ້ານເຈື່ອນເທສະບານເມືອງປາກລາຍ, ຂົວມິດຕະພາບຢູ່ດ່ານນໍ້າເຫືອງ ແລະ ບັນດາໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ເມືອງແກ່ນທ້າວ, ໂຄງການຕ້ານເຈື່ອນ ເມືອງບໍ່ແຕນ. ເຊິ່ງທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເນັ້ນ ໃຫ້ພະແນກ ຍທຂ ໃນນາມເຈົ້າຂອງໂຄງການເອົາໃຈໃສ່ ຕິດຕາມຊຸກຍູ້ ບໍລິສັດໃຫ້ກໍ່ສ້າງໂຄງການດັ່ງກ່າວສໍາເລັດຕາມແຜນການທີ່ກໍານົດໄວ້.

ສຳລັບເສັ້ນທາງບາງຊ່ວງທີ່ເປ່ເພໄດ້ເນັ້ນ ໃຫ້ການນໍາ ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ ເອົາໃຈໃສ່ ສືບຕໍ່ກໍານົດເຂົ້າແຜນ, ຈັດສັນແຫລ່ງທຶນເພື່ອ ປັບປຸງສ້ອມແປງໃຫ້ສາມາດທຽວໄດ້ສະດວກໃນການຄົມມະນາຄົມຂອງປະຊາຊົນ ຕິດພັນກັບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ວຽກງານ ຕິດພັນກັບເສດຖະກິດພາຍໃນ ເມືອງສູ່ເມືອງ ແລະ ບັນດາແຂວງອ້ອມຂ້າງ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 19 ພະຈິກ 2026 · ຂຶ້ນ 10 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່