ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄະນະນຳແຂວງຈຳປາສັກ ຊຸກຍູ້ໂຄງການ ຂົ້ວກາເຟດ້ວຍໄຮໂດຣເຈນສີຂຽວ ທີ່ເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ46 ຄັ້ງ
ຄະນະນຳແຂວງຈຳປາສັກ ຊຸກຍູ້ໂຄງການ ຂົ້ວກາເຟດ້ວຍໄຮໂດຣເຈນສີຂຽວ ທີ່ເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ
ADadvertisement
ADadvertisement
ADadvertisement

ໃນວັນທີ 11 ພຶດສະພາ 2026, ທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງ ແຂວງຈຳປາສັກ ພ້ອມດ້ວຍຄະນະລົງຊຸກຍູ້ ແລະ ຕິດຕາມຄວາມຄືບໜ້າຂອງໂຄງການກໍ່ສ້າງອາຄານຜະລິດກາເຟ ດ້ວຍອາຍແກັດໄຮໂດຣເຈນ ຂອງບໍລິສັດ ລາວ ກຣີນ ໄຮໂດຣເຈນ ສະອາດ ຈຳກັດ ທີ່ຕັ້ງຢູ່ເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ (ບ້ານໝາກແງວ ເມືອງປະທຸມພອນ).

ຄະນະນຳແຂວງຈຳປາສັກ ຊຸກຍູ້ໂຄງການ ຂົ້ວກາເຟດ້ວຍໄຮໂດຣເຈນສີຂຽວ ທີ່ເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ

ໂຄງການດັ່ງກ່າວ ເປັນໂຮງງານຂົ້ວກາເຟທີ່ນຳໃຊ້ພະລັງງານໄຮໂດຣເຈນສີຂຽວ 100% ແຫ່ງທຳອິດຂອງ ສປປ ລາວ ເພື່ອຍົກລະດັບໃຫ້ລາວ ກາຍເປັນຜູ້ນຳດ້ານພະລັງງານສະອາດ ແລະ ເປັນມິດກັບສິ່ງແວດລ້ອມໃນລະດັບສາກົນ. ໂຄງການເລີ່ມກໍ່ສ້າງມາແຕ່ທ້າຍປີ 2025 ແລະ ຄາດວ່າຈະສຳເລັດ 100% ໃນຕົ້ນເດືອນກຸມພາ 2027.

ຄະນະນຳແຂວງຈຳປາສັກ ຊຸກຍູ້ໂຄງການ ຂົ້ວກາເຟດ້ວຍໄຮໂດຣເຈນສີຂຽວ ທີ່ເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ · ຮູບທີ 2

ໂອກາດດັ່ງກ່າວ, ທ່ານ ສຸກສະຫວັນ ວິໄລວົງ ໄດ້ກ່າວຊົມເຊີຍວິໄສທັດອັນກວ້າງໄກຂອງບໍລິສັດ ທີ່ສ້າງໃບໜ້າໃໝ່ໃຫ້ກັບຂະແໜງອຸດສາຫະກຳ ຂອງແຂວງຈຳປາສັກ ແລະ ປະເທດຊາດ.

ຄະນະນຳແຂວງຈຳປາສັກ ຊຸກຍູ້ໂຄງການ ຂົ້ວກາເຟດ້ວຍໄຮໂດຣເຈນສີຂຽວ ທີ່ເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ · ຮູບທີ 3

ໃນໂອກາດດຽວກັນ, ຄະນະຜູ້ແທນຍັງໄດ້ໄປຢ້ຽມຢາມ ໂຮງງານ ຈຸນເຊີງ ບັນຈຸພັນ, ຊຶ່ງເປັນໂຮງງານຜະລິດເຈ້ຍແຂງຄົບວົງຈອນ (3 ຊັ້ນ, 5 ຊັ້ນ ແລະ 7 ຊັ້ນ) ທີ່ໄດ້ດຳເນີນການມາແຕ່ປີ 2025. ໂຮງງານແຫ່ງນີ້, ມີກຳລັງການຜະລິດສູງເຖິງ 100.000 ອັນຕໍ່ວັນ ແລະ ທີ່ສຳຄັນແມ່ນນຳໃຊ້ວັດຖຸດິບພາຍໃນປະເທດເຖິງ 70%, ຖືເປັນການຊຸກຍູ້ເສດຖະກິດຖານຮາກຢ່າງແທ້ຈິງ.

ຄະນະນຳແຂວງຈຳປາສັກ ຊຸກຍູ້ໂຄງການ ຂົ້ວກາເຟດ້ວຍໄຮໂດຣເຈນສີຂຽວ ທີ່ເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ · ຮູບທີ 4

ຂ່າວ-ພາບ: ມຸກດາວັນ ວໍລະເພັດ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່